ຊຸດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກ ໃຫ້ແກ່ວິຊາການ ຂອງບັນດາພະແນກພະລັງງານ ແລະ ບໍ່ແຮ່ ແຂວງໃນຂອບເຂດທົ່ວປະເທດ ໄດ້ຈັດໃນວັນທີ 19 ມີນາ 2024 ທີ່ ເມືອງວັງວຽງ ແຂວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດພິທີຂອງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການທີ່ຮັບຜິດຊອບວຽກງານທໍລະນີສາດ ແລະ ແຮ່ທາດຈາກພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ໃນທົ່ວປະເທດ ເຂົ້າຮ່ວມ.…
ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນເພື່ອ ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃຫ້ແກ່ວິຊາການ ຂອງບັນດາພະແນກພະລັງງານ ແລະ ບໍ່ແຮ່ ແຂວງ/ນະຄອນຫຼວງ ໃນທົ່ວປະເທດ ເປັນຕົ້ນແມ່ນ: ເຕັກນິກ, ວິທີການຊອກຄົ້ນ-ສຳຫຼວດແຮ່ທາດ; ວິທີການຕິດຕາມ, ກວດກາດ້ານວິຊາການພາກສະໜາມການຊອກຄົ້ນ-ສຳຫຼວດແຮ່ທາດ; ເຕັກນິກການປະເມີນການຊອກຄົ້ນແຮ່ທາດອະໂລຫະ; ການນຳໃຊ້ໂປຣແກມ GIS (ArcMAP) ເພື່ອກວດກາ ແລະ ຢັ້ງຢືນເນື້ອທີ່; ກ່ຽວກັບຂັ້ນຕອນ ແລະ ວິທີການຂຶ້ນແຜນສະເໜີຂໍອະນຸມັດງົບປະມານ. ນອກຈາກນີ້, ນັກສຳມະນາກອນ ຍັງໄດ້ຮັບຟັງການເຜີຍແຜ່ ບັນດາຄູ່ມື ແລະ ນິຕິກໍາຕ່າງໆ ຂອງກົມທໍລະນີສາດ ແລະ ແຮ່ທາດ ເພື່ອນໍາໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນດີເຊັ່ນ: ຄຳແນະນຳວ່າດ້ວຍເຕັກການເກັບກຳຂໍ້ມູນພາກສະໜາມ; ຂໍ້ຕົກລົງວ່າດ້ວຍການເກັບກຳຂໍ້ມູນພາກສະໜາມ ແລະ ຄຳແນະນຳວ່າດ້ວຍຂັ້ນຕອນການປັກຫຼັກໝາຍເຂດສຳປະທານຊອກຄົ້ນ ແລະ ສຳຫຼວດແຮ່ທາດ. ຊຸດຝຶກອົບຮົມຄັ້ງນີ້ ຈະດຳເນີນໄປເປັນເວລາ 2 ວັນຄືແຕ່ວັນທີ 19-20 ມີນາ 2024 ຈຶ່ງຈະປິດລົງ.
ພາບ ແລະ ແຫຼ່ງຂໍ້ມູນ: ກົມທໍລະນີສາດ ແລະ ແຮ່ທາດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506