60 ປີ ແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງ ລັດວິສາຫະກິດໄຟຟ້າລາວ
ພິທີສະເຫຼີ່ມສະຫຼອງວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 60 ປີ (18 ທັນວາ 1962-18 ທັນວາ 2021) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 18 ທັນວາ 2021 ທີ່ຜ່ານມານີ້ ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີບັນດາ…