60 ປີ ແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງ ລັດວິສາຫະກິດໄຟຟ້າລາວ

     ພິທີສະເຫຼີ່ມສະຫຼອງວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 60 ປີ (18 ທັນວາ 1962-18 ທັນວາ 2021) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 18 ທັນວາ 2021 ທີ່ຜ່ານມານີ້ ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ຮອງລັດຖະມົນຕີ, ຄະນະຫ້ອງການ, ຄະນະກົມ, ສະຖາບັນ ແລະ ຄະນະອຳນວຍການ ພ້ອມດ້ວຍພະນັກງານ-ກຳມະກອນພາຍໃນລັດວິສາຫະກິດໄຟຟ້າລາວ ເຂົ້າຮ່ວມຢ່າງຄຶກຄື້ນ.
ໃນໂອກາດກ່າວຄຳປາໄສ, ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່, ຂະຫຍາຍຕົວຂອງ ລັດວິສາຫະກິດໄຟຟ້າລາວວ່າ: ໄຟຟ້າລາວ ໄດ້ກໍາເນິດເກີດຂຶ້ນມາແຕ່ຕົ້ນຂອງຊຸມປີ 60. ແຕ່ໃນໄລຍະດັ່ງກ່າວ, ຂະແໜງການໄຟຟ້າ ແລະ ວຽກງານພະລັງງານ ຢູ່ປະເທດເຮົາ ແມ່ນມີລັກສະນະອ່ອນນ້ອຍ ແລະ ບໍ່ໄດ້ຮັບການເອົາໃສ່ ແລະ ພັດທະນາພໍເທົ່າໃດ.

      ກ່ອນປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975, ຢູ່ປະເທດເຮົາ ມີເຂື່ອນຜະລິດກະແສໄຟຟ້າຂະໜາດກາງພຽງແຕ່ແຫ່ງດຽວຄືເຂື່ອນໄຟຟ້ານໍ້າງື່ມ 1 ຊຶ່ງມີກຳລັງຕິດຕັ້ງພຽງແຕ່ 30 ເມກາວັດ ແລະ ມີເຂື່ອນໄຟຟ້າຂະໜາດນ້ອຍ 2 ແຫ່ງ ຄື: ເຂື່ອນນ້ຳດົງ ຢູ່ແຂວງຫຼວງພະບາງ ມີກຳລັງຕິດຕັ້ງ 1 ເມກາວັດ ແລະ ເຂື່ອນແຊລະບຳ ຢູ່ແຂວງຈຳປາສັກ ມີກຳລັງຕິດຕັ້ງ 1 ເມກາວັດ. ນອກຈາກນີ້, ກໍມີເຄື່ອງຈັກປັນໄຟຟ້າທີ່ໃຊ້ນ້ຳມັນຢູ່ບາງຕົວເມືອງໃຫຍ່ຈຳນວນໜຶ່ງ; ສະນັ້ນ, ສັງລວມແລ້ວຢູ່ໃນທົ່ວປະເທດ, ປະຊາຊົນໄດ້ຊົມໃຊ້ໄຟຟ້າພຽງແຕ່ 5 ຕົວເມືອງໃຫຍ່ຄື : ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຄໍາມ່ວນ, ສະຫັວນນະເຂດ ແລະ ຈຳປາສັກ ຊຶ່ງມີພຽງແຕ່ປະມານ 19.000 ຄົວເຮືອນ ຫຼື ເທົ່າກັບ 10% ເທົ່ານັ້ນທີ່ໄດ້ໃຊ້ໄຟຟ້າ.
       ພາຍຫຼັງປະເທດຊາດພວກເຮົາໄດ້ຮັບການປົດປ່ອຍໃນປີ 1975, ໂດຍສະເພາະແມ່ນພາຍຫຼັງທີ່ພັກເຮົາ ໄດ້ລິເລີ່ມນໍາພາການດໍາເນີນການປ່ຽນແແປງໃໝ່ນັບແຕ່ປີ 1986 ເປັນຕົ້ນມາ, ພັກເຮົາໄດ້ວາງແນວທາງ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດ ກ້າວຂຶ້ນຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ. ໃນນີ້, ໄດ້ກໍານົດເອົາການພັດທະນາວຽກງານພະລັງງານໄຟຟ້າໂດຍສະເພາະແມ່ນພະລັງງານໄຟຟ້ານໍ້າຕົກ ຊຶ່ງແມ່ນທ່າແຮງທີ່ສໍາຄັນຂອງ ສປປ ລາວ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ແນໃສ່ຈັດສັນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຂອງຊາດ ໃຫ້ມີປະສິດທິຜົນສູງ, ຕາມທິດພັດທະນາແບບເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ. 

       ການພັດທະນາອຸດສາຫະກໍາພະລັງງານໄຟຟ້າ ແມ່ນສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນແຫຼ່ງນໍ້າທໍາມະຊາດ ເພື່ອຜະລິດ ແລະ ສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການ ເພື່ອຊົມໃຊ້ຢູ່ພາຍໃນ ຕິດພັນກັບການສົ່ງອອກ, ບົນພື້ນຖານຮັບປະກັນການພັດທະນາພະລັງງານໄຟຟ້າ ແບບເປັນມິດກັບສິ່ງແວດລ້ອມ, ຜະລິດພະລັງງານສະອາດ ແລະ ມີລັກສະນະຍືນຍົງ ຊຶ່ງປະກອບດ້ວຍບັນດາໂຄງການ, ແຜນງານໃຫຍ່ໆທີ່ສຳຄັນ, ເປັນລະບົບຄົບຊຸດ, ມີທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ນອກຈາກນັ້ນ, ພາຍຫຼັງທີ່ລັດເຮົາໄດ້ປະກາດໃຊ້ ກົດໝາຍໄຟຟ້າໃນປີ 1997 ແລະ ພາຍຫຼັງມີນະໂຍບາຍດືງດູດການລົງທືນຕ່າງປະເທດ ເຮັດໃຫ້ມີນັກລົງທືນຈາກຫຼາຍປະເທດເລີ້ມຫັນເຂົ້າມາລົງທືນ ນັບທັງໃນຮູບແບບເອກະຊົນອິດສະຫຼະ (IPP) ອັນໄດ້ເຮັດໃຫ້ການພັດທະນາອຸດສາຫະກໍາພະລັງງານຢູ່ ສປປລາວ ຂະຫຍາຍຕົວດ້ວຍຈັງຫວະທີ່ໄວ ແລະ ບາງໄລຍະກໍມີລັກສະນະກ້າວກະໂດດ. ມາຮອດປັດຈຸບັນນີ້, ທົ່ວປະເທດພວກເຮົາໄດ້ມີແຫຼ່ງຜະລິດໄຟຟ້າແລ້ວ 88 ແຫ່ງ (ໂຄງການພະລັງງານນ້ຳ 75 ແຫ່ງ, ໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ ລວມ 8 ແຫ່ງ), ມີກຳລັງຕິດຕັ້ງທັງໝົດ 10.672 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 54.967 ລ້ານກິໂລວັດໂມງຕໍ່ປີ. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍໄດ້ດໍາເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນນີ້ ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 67.643 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 84 ແຫ່ງ. 

      ຕະຫຼອດໄລຍະເວລາ 60 ປີທີ່ຜ່ານມາ, ໄຟຟ້າລາວ ບໍ່ພຽງແຕ່ເຮັດບົດບາດອັນສໍາຄັນໃນການຄຸ້ມຄອງການຜະລິດພະລັງງານໄຟຟ້າທີ່ມີຄວາມໝັ້ນຄົງເທົ່ານັ້ນ.ແຕ່..ຫາກຍັງແມ່ນຜູ້ດໍາເນີນທຸລະກິດ, ຜູ້ໃຫ້ການສະໜອງການບໍລິການກະແສໄຟຟ້າເພື່ອການຊົມໃຊ້ຢູ່ພາຍໃນສັງຄົມທີ່ມີຄຸນນະພາບສູງ ຊຶ່ງມາຮອດປັດຈຸບັນນີ້, ໄຟຟ້າລາວສາມາດສະໜອງໄຟຟ້າ ຮັບໃຊ້ໄດ້ 100% ຂອງເທດສະບານແຂວງ, ນະຄອນຫຼວງ, 100% ຂອງເທດສະບານເມືອງ, ນະຄອນ, ຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວກວມເຖິງ 93% ຂອງຈຳນວນບ້ານໃນທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວກວມເຖິງ 95% ຂອງຈຳນວນຄອບຄົວໃນທົ່ວປະເທດ. ນອກຈາກນີ້, ໄຟຟ້າລາວຍັງເຮັດບົດບາດເປັນຜູ້ສົ່ງອອກ ແລະ ກາຍເປັນຫົວໜ່ວຍທຸລະກິດພາກລັດທີ່ສໍາຄັນໃນການສ້າງລາຍຮັບງົບປະມານໃນຫຼາຍປີຜ່ານມາຈົນເຖິງປັດຈຸບັນ. 

      ພວກເຮົາສາມາດຢືນຢັນໄດ້ວ່າ : ໃນ 60 ປີທີ່ຜ່ານມາ, ໄຟຟ້າລາວພວກເຮົາໄດ້ມີຜົນງານຫຼວງຫຼາຍທີ່ສຸດ ຊຶ່ງຜົນງານທີ່ມີລັກສະນະເປັນພື້ນຖານກວ່າໝູ່ໃນຊຸມປີທີ່ຜ່ານມານັ້ນກໍແມ່ນໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ, ແຜນຍຸດທະສາດກ່ຽວກັບການພັດທະນາວຽກງານພະລັງງານຂອງລັດຖະບານດ້ວຍຄວາມຕັ້ງໜ້າ ແລະ ມີລະດັບການຂະຫຍາຍຕົວທີ່ແຂງແຮງ, ຕໍ່ເນື່ອງ ແລະ ໜັກແໜ້ນ, ໂດຍສະເພາະແມ່ນໃນຊຸມປີແຫ່ງການດໍາເນີນການພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່, ພາຍໃຕ້ການນໍາພາຂອງພັກ, ຂະ ແໜງອຸດສາຫະກໍາໄຟຟ້າ ແລະ ລັດວິສາຫະກິດໄຟຟ້າລາວ ໄດ້ເປັນຜູ້ເຮັດບົດບາດທີ່ສຳຄັນ ແລະ ມີລັກສະນະເປັນພື້ນຖານ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ອຸດສາຫະກໍາໄຟຟ້າ ໄດ້ກາຍເປັນຂະແໜງເສດຖະກິດ ທີ່ເຮັດບົດບາດເປັນຜູ້ໄຂຊ່ອງທາງໃນລະບົບເສດຖະກິດແຫ່ງຊາດ, ເປັນເຄື່ອງມືທີ່ສໍາຄັນໃນການມ້າງເສດຖະກິດທຳມະຊາດ, ເຄິ່ງທໍາມະຊາດ ໄປສູ່ເປັນເສດຖະກິດຜະລິດເປັນສິນຄ້າ, ການຫັນປ່ຽນແບບວິທີການຜະລິດ, ການພັດທະນາຊົນນະບົດ, ວຽກງານ 3 ສ້າງ, ການປັບປູງ, ຍົກລະດັບຊີວິດການເປັນຢູ່ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ. ພ້ອມນັ້ນ, ກໍປະຕິບັດແນວທາງເຊື່ອມໂຍງພາກພື້ນໄດ້ຢ່າງຖືກຕ້ອງ ຊຶ່ງອັນທີ່ພົ້ນເດັ່ນແມ່ນສາມາດດູດດຶງການມາລົງທຶນຂອງຜູ້ປະກອບການ ແລະ ໄດ້ຮັບການສະໜັບສະໜູນຈາກເພື່ອນມິດ-ສາກົນຢ່າງໜັກແໜ້ນ, ກວ້າງຂວາງ. 

       ຜົນສຳເລັດຂອງການຈັດຕັ້ງ ແລະ ການເຄື່ອນໄຫວຂອງໄຟຟ້າລາວ ໃນຕະຫຼອດໄລຍະເວລາ 60 ປີທີ່ຜ່ານມາ ໄດ້ຕິດພັນຢ່າງສະໜິດແໜ້ນກັບການນໍາພາຂອງພັກ, ຂອງຄະນະພັກຂັ້ນຕ່າງໆ, ຕິດ ແໜ້ນກັບຄວາມເອົາໃຈໃສ່ຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນເປັນຢ່າງດີ ຊຶ່ງບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ໄຟຟ້າລາວ ໄດ້ຮັບການພັດທະນາ ແລະ ເຄື່ອນໄຫວເຮັດຫຼ້ອນບົດບາດ, ໜ້າທີ່ຂອງຕົນຢ່າງສົມກຽດເທົ່ານັ້ນ. ແຕ່, ຫາກຍັງເປັນຫົວໜ່ວຍທຸລະກິດ, ເປັນຫົວໜ່ວຍວຽກງານທີ່ເປັນຕົວແບບ, ເປັນແຫຼ່ງຮຽນຮູ້ ກ່ຽວກັບການຜະລິດ, ການຄຸ້ມຄອງ, ການພັດທະນາ ດ້ານພະລັງງານໄຟຟ້າ ແລະ ແມ່ນໜໍ່ແໜງທີ່ສໍາຄັນໃນການຈັດຕັ້ງປະຕິບັດແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກຢູ່ປະເທດເຮົາອີກດ້ວຍ.


ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ ທີ່ຍາດມາໄດ້ຕະຫຼອດໄລຍະ 60 ປີຜ່ານມານັ້ນ ອີກດ້ານໜຶ່ງກໍ່ເປັນການແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕໍ່ການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ . ໃນຕໍ່ໜ້ານີ້, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳວຍການລັດວິສາຫະກິດໄຟຟ້າລາວ ກ່າວຢືນຢັ້ນວ່າ : ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ ກໍຍັງມີສິ່ງທ້າຍຫຼາຍດ້ານຕໍ່ກັບການດຳເນີນທຸລະກິດ ໂດຍສະເພາະໃນໄລຍະທີ່ສະພາບເສດຖະກິດ-ການເງິນ-ສັງຄົມ-ເຕັກໂນໂລຊີກຳລັງປ່ຽນແປງ ແລະ ເຕີບໂຕໄປຢ່າງໄວວາ, ພະນັກງານ-ກຳມະກອນຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມເສຍສະຫຼະທາງດ້ານເຫື່ອແຮງ ແລະ ສະຕິປັນຍາເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາ ລັດວິສາຫະກິດໄຟຟ້າລາວ ໃຫ້ກາຍເປັນຫົວໜ່ວຍວິສາຫະກິດທີ່ເຂັ້ມແຂງ ແລະ ເປັນກຳລັງຫຼັກຂອງປະເທດຊາດດັ່ງທີ່ເຄີຍເປັນມາໃນອະດີດ, ໄປຄຽງຄູ່ກັນນັ້ນກ່ຽວກັບທິດທາງການປະຕິຮູບວິສາຫະກິດໄຟຟ້າລາວໃນໄລຍະສັ້ນ-ໄລຍະກາງມີ 4 ມາດຕະການຫຼັກຄຶ: ມາດຕະການທີ 1 ປັບປຸງອົງກອນໃຫ້ມີຄວາມຄ່ອງໂຕ, ເຮັດວຽກເປັນລະບົບ ແລະ ມີປະສິດທິພາບຂຶ້ນ, ມາດຕະການທີ 2 ເພີ່ມລາຍຮັບໂດຍການປັບປຸງໂຄງສ້າງລາຄາພາກຈຳໜ່າຍພາຍໃນປະເທດໃຫ້ສົມຄູ່ກັບຕົ້ນທຶນຕົວຈິງ ແລະ ການຈັດປະເພດລູກຄ້າຄືນໃໝ່, ລວມທັງການສ້າງລາຍຮັບຈາກທຸລະກິດ ຫຼື ວຽກເສີມທີ່ໄຟຟ້າລາວມີທ່າແຮງ, ມາດຕະການທີ 3 ຫຼຸດລາຍຈ່າຍຫຼັກໄຟຟ້າລາວໂດຍການສະເໜີຂໍປັບປຸງໂຄງສ້າງລາຄາຊື້ກະແສໄຟຟ້າຈາກບັນດາແຫຼ່ງຜະລິດ ແລະ ມາດຕະການທີ 4 ການປັບປຸງໂຄງສ້າງໜີ້ກັບບັນດາທະນາຄານ, ສາມາດເລີ່ມໄດ້ຢ່າງເປັນຮູບປະທຳພາຍຫຼັງທີ່ມາດຕະການທີ 1,2 ແລະ 3 ໄດ້ຮັບການປະຕິບັດ. 

       ທ່ານກ່າວຕື່ມວ່າ: ເພື່ອໃຫ້ໄຟຟ້າລາວກ້າວເດີນໄປຢ່າງໝັ້ນຄົງໃນໄລຍະຍາວພວກເຮົາຈະໄດ້ສືບຕໍ່ລົງເລິກຄົ້ນຄວ້າລາຍລະອຽດ ໂດຍສະເພາະການປັບປຸງໂຄງສ້າງການຄຸ້ມຄອງ-ບໍລິຫານອົງກອນໃຫ້ຍືນຍົງ, ປັບປຸງກົນໄກຄຸ້ມຄອງລະຫວ່າງມະຫາພາກ ແລະ ລັດວິສາຫະກິດໃຫ້ມີຄວາມກົມກຽວ ແລະ ຄ່ອງຕົວຂຶ້ນຕື່ມ ເພື່ອໃຫ້ລັດວິສາຫະກິດໄຟຟ້າລາວເປັນລັດວິສາຫະກິດທີ່ຍືນຍົງຢູ່ຄຽງຄູ່ກັບສັງຄົມ ແລະ ເຮັດຫຼ້ອນ 2 ໜ້າທີ່ຫຼັກຄື: 1 ສະໜອງນະໂຍບາຍທາງດ້ານການເມືອງ ແລະ ສັງຄົມ, 2 ສ້າງກຳລັງ ແລະ ທຶນຮອນໃຫ້ແກ່ປະເທດຊາດ.

ແຫຼ່ງຂໍ້ມູນ : ລັດວິສາຫະກິດໄຟຟ້າລາວ
ຮຽບຮຽງຂ່າວ : ຄຳແສງ ແກ້ວປະເສີດ