ກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮ່ທາດ

      ຕອນເຊົ້າວັນທີ 26 ພຶດສະພາ 2022, ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017, ຊຶ່ງວຽກງານການປະເມີນເປັນວຽກງານໜຶ່ງທີ່ມີຄວາມໝາຍສໍາຄັນ. ດັ່ງທີ່ບັນດາ ທ່ານ ໄດ້ຮູ້ນໍາກັນແລ້ວວ່າ: ຂະແໜງການພະລັງງານ ແລະ ບໍ່ແຮ່ ແມ່ນຄຸ້ມຄອງ, ຕິດຕາມ ກວດກາ ດ້ານພະລັງງານ ແລະ ບໍ່ແຮ່; ສະເພາະດ້ານແຮ່ທາດ ແລະ ບໍ່ແຮ່ ແມ່ນຄຸ້ມຄອງ, ຕິດຕາມກວດກາ ເລີ່ມແຕ່ການຊອກຄົ້ນ, ການສຳຫຼວດ, ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ການຂຸດຄົ້ນ, ການປຸງແຕ່ງແຮ່ທາດ, ການຊື້ ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ການຂົນສົ່ງແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ການປິດບໍ່ແຮ່, ການສົ່ງເນື້ອທີ່ເຂດບໍ່ແຮ່. ນອກນີ້ ຍັງຄຸ້ມຄອງ, ຕິດຕາມກວດກາ ການດໍາເນີນທຸລະກິດໃຫ້ ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ. ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ຍັງມີບັນດາທ່ານ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບັນດາທ່ານ ຮອງລັດຖະມົນຕີ ຈາກກະຊວງ ຍຸຕິທໍາ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທ່ານ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຮອງຫົວໜ້າສະຖາບັນ, ຜູ້ອໍານວຍການລັດວິສາຫະກິດກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
        ກອງປະຊຸມຄັັ້ງນີ້, ກໍ່ໄດ້ພ້ອມກັນປືກສາຫາລື ຄົ້ນຄວ້າມີຄຳຄິດຄຳເຫັນຕໍ່ກອງປະຊຸມໂດຍປະຕິບັດຕາມໜັງສືສະເໜີ ຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 81/ຄລສ, ລົງວັນທີ 05 ເມສາ 2022 ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 334/ຫສນຍ, ລົງວັນທີ 16 ມີນາ 2022 ກ່ຽວກັບການປະເມີນການຈັດຕັ້ງປະຕິບັດ 4 ກົດໝາຍໃນຂົງເຂດ ເສດຖະກິດ; ໃນນັ້ນ ຂະແໜງການພະລັງງານ ແລະ ບໍ່ແຮ່ ມີ 1 ກົດໝາຍ ຄື: ກົດໝາຍວ່າດ້ວຍແຮ່ທາດ. ພາຍຫຼັງໄດ້ຮັບແຈ້ງການ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບປະເມີນກົດໝາຍວ່າດ້ວຍແຮ່ທາດ ຊຶ່ງປະກອບມີກົມກອງທີ່ກ່ຽວຂ້ອງພາຍໃນກະຊວງ, ພາຍຫຼັງສໍາເລັດການປະເມີນ ແມ່ນໄດ້ລາຍງານຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮ່ທາດ ຕໍ່ການນໍາກະຊວງ ເພື່ອຮັບຊາບ ແລະ ໃຫ້ທິດຊີ້ນໍາ.