
ໃນລະຫວ່າງວັນທີ 25-26 ມັງກອນ 2023 ທີ່ໂຮງແຮມຈໍາປາສັກແກຣນ,ແຂວງ ຈໍາປາສັກ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່. ໄດ້ຈັດກອງປະຊຸມຂຶ້ນ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ໂດຍມີຜູ້ຕາງໜ້າຈາກພະແນກພະລັງງານ ແລະ ບໍ່ແຮ່ ປະຈໍາແຂວງ ພາກກາງ ແລະ ພາກໃຕ້, ບັນດາກົມພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍວິຊາການທັງໝົດ 40ທ່ານ.


ນອກຈາກນີ້ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ກໍຍັງໄດ້ນໍາສະເໜີ ກ່ຽວກັບ ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງກົມ, ພ່້ອມນັ້ນ, ຍັງໄດ້ນໍາສະເໜີຍຸດທະສາດການສົ່ງເສີມ ແລະ ນໍາໃຊ້ພະລັງງານສະອາດ ສໍາລັບຂະແໜງຄົມມະນາຄົມ-ຂົນສົ່ງ, ແຜນພັດທະນາຮອດປີ 2025, ຍຸດທະສາດຮອດປີ 2030 ແລະ ວິໄສທັດຮອດປີ 2050 ຈຸດປະສົງກອງປະຊຸມດັ່ງກ່າວຍັງໄດ້ເຜີຍແຜ່ນິຕິກໍາດໍາລັດທີ່ຖືກຮັບຮອງຈາກລັດຖະບານ ແລະ ຂັ້ນກະຊວງມີຄື:



