
ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 14 ທັນວາ 2023 ຢູ່ຫ້ອງປະຊຸມ 102 ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີ ທ່ານ ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອຳນວຍການບັນດາ ລັດວິສາຫະກິດອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ລາຍງານສະພາບການສະໜອງພະລັງງານໄຟຟ້າຢູ່ພາຍໃນປະເທດ ໃນໄລຍະທີ່ຜ່ານມາ ໂດຍສະເພາະໃນປີ 2023 ເຊິ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ທີ່ສົ່ງຜົນກະທົບທັງດ້ານລົບ ແລະ ດ້ານບວກຕໍ່ການຈັດຕັ້ງປະຕິບັດການຕິດຕາມ, ກວດກາ ແລະ ການຄຸ້ມຄອງລະບົບການສະໜອງໄຟຟ້າຢູ່ພາຍໃນປະເທດ. ທ່ານ ໃຫ້ຮູ້ຕື່ມວ່າ: ແຫຼ່ງຜະລິດພະລັງງານໄຟຟ້າຂອງປະເທດພວກເຮົາ 90% ແມ່ນມາຈາກພະລັງງານນໍ້າ ບວກກັບບັນດາເຂື່ອນໄຟຟ້າສ່ວນຫລາຍເປັນເຂື່ອນບໍ່ມີອ່າງ ຫຼື ອ່າງກັກເກັບນໍ້ານ້ອຍ ສະນັ້ນ ການຜະລິດໄຟຟ້າຈຶ່ງບໍ່ມີຄວາມດຸ່ນດ່ຽງກັນໃນແຕ່ລະລະດູ ໂດຍສະເພາະໃນລະດູແລ້ງ ການຜະລິດກະແສໄຟຟ້າບໍ່ພຽງພໍຕາມຄວາມຕ້ອງການຊົມໃຊ້ ທີ່ນັບມື້ນັບມີລັກສະນະເພີ້ມຂຶ້ນເລື້ອຍໆ .

ເພື່ອແກ້ໄຂບັນຫາດັ່ງກ່າວ ທ່ານ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ຍັງໄດ້ສະເໜີແຜນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຕື່ມອີກ ເພື່ອໃຫ້ ລັດຖະບານ ໄດ້ຄົ້ນຄວ້າພິຈາລະນາ ໃນນີ້, ແຜນໄລຍະສັ້ນ ແລະ ໄລຍະກາງ ຕ້ອງສຸມໃສ່ການພັດທະນາພະລັງງານທົດແທນເຊັ່ນ: ພະລັງງານແສງຕາເວັນ, ພະລັງງານລົມ. ນອກຈາກນີ້, ໃຫ້ຊຸກຍູ້ບັນດາໂຄງການໄຟຟ້າ ທີ່ນອນໃນແຜນພັດທະນາຂອງລັດຖະບານ ໄລຍະ 2021-2025 ໃຫ້ສຳເລັດໂດຍໄວ. ສຳລັບແຜນໄລຍະຍາວ ໃຫ້ ລັດຖະບານ ຊຸກຍູ້ສົ່ງເສີມໂຄງການກໍ່ສ້າງແຫຼ່ງຜະລິດພະລັງງານໄຟຟ້າຂະໜາດໃຫຍ່ ໃນນີ້ ອາດເນັ້ນໃສ່ໂຄງການພະລັງງານຄວາມຮ້ອນຈາກຖ່ານຫີນ, ການກໍ່ສ້າງສາຍສົ່ງແຮງສູງ ເຊື່ອມຈອດແຕ່ເໜືອຮອດໃຕ້ໃຫ້ສຳເລັດ ເພື່ອລຳລຽງພະລັງງານຈາກແຕ່ລະພາກຂອງປະເທດມີຄວາມດຸ່ນດ່ຽງກັນ.
