ທ່ານ ຫງວຽນ ຮວ່າງ ແອັງ, ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ທ່ານ ຮອງລັດຖະມົນຕີ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານ ແລະ ສະເໜີ ຂໍ້ມູນຕ່າງໆເພື່ອເປັນຂໍ້ມູນ ໃນການສ້າງແຜນການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ ລະຫວ່າງ ສອງປະເທດ ໃຫ້ກາຍເປັນສາຍພົວພັນແບບພິເສດທາງດ້ານເສດຖະກິດ-ການຄ້າ ລະຫວ່າງ ສອງປະເທດໃນອະນາຄົດ.