
ວັນທີ 23 ສິງຫາ 2024 ນີ້ ທີ່ຫ້ອງວ່າການ ແຂວງ ຫຼວງພະບາງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອລົມກັບການນຳຫຼັກແຫຼ່ງ ແຂວງ ຫຼວງພະບາງ ໂດຍໃຫ້ການຕອນຮັບຂອງ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງ ຫຼວງພະບາງ ພ້ອມດ້ວຍພະນັກງານການນຳຂອງແຂວງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເຈົ້າແຂວງ ຫຼວງພະບາງ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານລັດຖະມົນຕີ ກະຊວງ ພະລັງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວໃນແຂວງ ຫຼວງພະບາງ ພ້ອມທັງລາຍງານລາຍສະພາບການຈັດຕັ້ງປະຕີບັດ ແຜນເສດຖະກິດ ແລະ ສັງຄົມ ທີ່ຕິດພັນກັບວຽກງານ ຂະແໜງ ພະລັງງານ ແລະ ບໍ່ແຮ່.

ພາຍຫຼັງພົບປະການນໍາແຂວງ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ເດີນທາງໄປຫາໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ເພື່ອຕິດຕາມກວດກາ ໂດຍໄດ້ຮັບຕ້ອນຮັບຈາກ ທ່ານ ກິດພົດ ສະສົມຊັບ ຜູ້ຊ່ວຍຈັດການ-ປະຕິບັດການ&ບໍາລຸງຮັກສາ ລາຍງານການຜະລິດ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ທ່ານ ຜູ້ຊ່ວຍຈັດການ-ປະຕິບັດການ&ບໍາລຸງຮັກສາໄດ້ຕາງໜ້າໃຫ້ບໍລິສັດກ່າວຕ້ອນຮັບ ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນໄລຍະຜ່ານມາ ແລະ ແຜນການຄຸ້ມຄອງບໍລິຫານ, ຈັດການໂຄງການ ໃນຕໍ່ໜ້າໃຫ້ ທ່ານ ລັດຖະມົນຕີ ຮັບຊາບ ໂດຍສະເພາະໃນ ຄວາມເປັນມາ ແຜນຮັບມືເຫດການສຸກເສີນ ແລະ ກົດລະບຽບຄວາມປອດໄພຂອງ ໂຮງໄຟຟ້າໄຊຍະບູລີ.

ພາຍຫຼັງໄດ້ຮັບຟັງການລາຍງານສະພາບການຄຸ້ມຄອງ, ບໍລິຫານ-ຈັດການໂຄງການ ຈາກຜູ້ບໍລິຫານໂຄງການແລ້ວ, ທ່ານ ລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ຄະນະອຳນວຍການ ແລະ ຜູ້ລິຫານຂອງໂຄງການ. ກ່ອນອື່ນ ທ່ານ ລັດຖະມົນຕີ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງໂຄງການຢ່າງມີປະສິດທິພາບ, ມີປະສິດທິຜົນ ເຮັດໃຫ້ແຕ່ລະໂຄງການສາມາດດຳເນີນງານເປັນໄປຕາມແຜນການວາງໄວ້. ຢ່າງໃດກໍ່ຕາມ, ເພື່ອຮັບປະກັນຄວາມປອດໄພສູງສຸດ ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ເຈົ້າຂອງໂຄງການ ສືບຕໍ່ເພີ້ມທະວີຕິດຕາມ, ກວດກາ ຄວາມປອດໄພຂອງເຂື່ອນຢ່າງເປັນປົກກະຕິ, ຕໍ່ເນື່ອງເປັນປະຈຳ. ພ້ອມກັນນີ້, ກໍ່ຕິດຕາມ, ບໍລິຫານຈັດການນໍ້າຢ່າງຖືກຕ້ອງ, ສອດຄ່ອງກັບສະພາບແວດລ້ອມແຕ່ລະໄລຍະ ໂດຍສະເພາະແມ່ນໃນຊ່ວງລະດູຝົນ ທັງນີ້ ກໍ່ເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ.

