ທ່ານ ລັດຖະມົນຕີ ພົບປະ, ໂອ້ລົມພະນັກງານ, ຫຼັກແຫຼ່ງພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ

          ຕອນເຊົ້າຂອງວັນທີ 19 ກັນຍາ 2023 ນີ້ ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊສົມບູນ, ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງ ທ່ານ ບຸນທຽມ ໄຊສົງຄາມ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ພ້ອມດ້ວຍຄະນະພະແນກ, ຄະນະອຳນວຍການລັດວິສາຫະກິດໄຟຟ້າລາວ, ບັນດາຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ພາຍໃນພະແນກ ເຂົ້າຮ່ວມ.

         ໃນໂອກາດນີ້ ທ່ານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຕາງໜ້າໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານລັດຖະກອນ ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວ, ຊຸກຍູ້ວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງ ໄຊສົມບູນ ຂອງ ທ່ານ ລັດຖະມົນຕີ ພ້ອມຄະນະໃນຄັ້ງນີ້, ພ້ອມກັນນີ້, ທ່ານ ກໍ່ໄດ້ລາຍງານ ຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ພາຍໃນແຂວງໃນໄລຍະຜ່ານມາ ທັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂ ໃນຕໍ່ໜ້າ. ບາງຕອນ ທ່ານ ຫົວໜ້າພະແນກໃຫ້ຮູ້ວ່າ: ແຂວງໄຊສົມບູນ ມີໂຄງການເຂື່ອນໄຟຟ້າຂະໜາດໃຫຍ່ ແລະ ນ້ອຍ ທີ່ໄດ້ຜະລິດໄຟຟ້າຢ່າງເປັນທາງການ ມີ 8 ໂຄງການ ລວມກໍາລັງຕິດຕັ້ງ 956,2 MW, ກໍາລັງການຜະລິດ 3.817,94 GWh/ປີ; ໂຄງການ ທີ່ເຊັນສັນຍາສໍາປະທານ CA ມີ 8 ໂຄງການ ລວມກໍາລັງຕິດຕັ້ງ 542,65 MW, ກໍາລັງການຜະລິດ 2.656 GWh/ປີ; ໂຄງການກໍາລັງສຶກສາ-ສໍາຫຼວດ ຢູ່ຂັ້ນຕອນ PDA ແລະ MOU ມີ 6 ໂຄງການ ລວມກໍາລັງຕິດຕັ້ງ 956,2 MW, ກໍາລັງການຜະລິດ 3.817,94 GWh. ມາຮອດປັດຈຸບັນບັນດາເມືອງ ແລະ ບ້ານ ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວ 100%, ແລະ 97,25% ຂອງຄົວເຮືອນທັງໝົດພາບໃນແຂວງ.

          ສຳລັບວຽກງານທໍລະນີສາດ ແລະ ບໍ່ແຮ່ ທົ່ວແຂວງມີ 55 ບໍລິສັດ, ໃນນີ້ ວຽກງານທໍລະນີສາດ ແລະ ແຮ່ທາດ 34 ບໍລິສັດ ກວມເອົາເນື້ອທີ່ທັງໝົດ 3.144,61ກມ2 ຫຼືເທົ່າກັບ 35,23% ຂອງເນື້ອທີ່ແຂວງ, ມີ 6 ບໍລິສັດ 6 ກິດຈະການ ເປັນໂຄງການຂັ້ນສູນກາງອອກອະນຸຍາດ ແລະ ແຂວງອອກອະນຸຍາດ 28 ບໍລິສັດ 30 ກິດຈະການ ໂຄງການກໍາລັງສະເໜີຂໍເຊັນບົດບັນທຶກຄວາມເຂົ້າໃຈ MOUມີ 02 ບໍລິສັດ ແລະ ບໍລິສັດທີ່ໄດ້ອະນຸຍາດຂັ້ນແຂວງ ທີ່ຈະນໍາເອົາເນື້ອທີ່ບາງສ່ວນທີ່ໄດ້ສໍາຫຼວດ ແລະ ສາມາດເປັນເສດຖະກິດ ກ້າວເຂົ້າສູ່ຂັ້ນຕອນສະເໜີຂຸດຄົ້ນ-ປຸງແຕ່ງ 08 ບໍລິສັດ; ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທັງໝົດ 21 ບໍລິສັດ, 25 ກິດຈະການ ໃນນັ້ນ: ສູນກາງອອກອະນຸຍາດ 10 ບໍລິສັດ 12 ກິດຈະການ ແລະ ແຂວງອອກອະນຸຍາດ 11 ບໍລິສັດ 13 ກິດຈະການ ເຊິ່ງການຂຸດຄົ້ນ, ປຸງແຕ່ງ ແລະ ຈໍາໜ່າຍແຮ່ທາດຕ່າງໆ. ແຮ່ທາດທີ່ໄດ້ຮັບອະນຸຍາດຂຸດຄົ້ນ ແລະ ປຸງແຕງຫຼາຍກວ່າໝູ່ແມ່ນ: ແຮ່ທອງເຂັ້ມຂຸ້ນ, ແຮ່ຄຳ-ເງິນ, ແຮ່ເຫຼັກ, ແຮ່ຄຳຕົກຂ້ອນ, ແຮ່ກວາສ໌, ແຮ່ບາລິດ ແລະ ຂຸດຄົ້ນຫີນຜາ.

          ທ່ານ ຫົວໜ້າພະແນກ ກ່າວຕື່ມວ່າ: ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງໄຊສົມບູນ ນອກຈາກຜູ້ລົງທຶນປະກອບພັນທະທາງກົງໃຫ້ ລັດຖະບານ ແລ້ວ, ໂຄງການຍັງໄດ້ພັດທະນາຊຸມຊົນ ແລະ ທ້ອງຖິ່ນເຊິ່ງທົ່ວແຂວງມີທັງໝົດ 4 ໂຄງການ ຄື: ໂຄງການກໍ່ສ້າງນໍ້າລິນ, ໂຄງການ ກໍ່ສ້າງວັດ, ໂຄງການ ກໍ່ ສ້າງເສັ້ນທາງປູຢາງ 2ຊັ້ນແຕ່ 3 ແຍກປ້າຍເຂື່ອນໄຟຟ້ານໍ້າໄຜ່ ທາງຫຼວງແຫ່ງຊາດ 5ບີ ຫາ ບ້ານໜອງພູນໄຊ ບ້ານໜອງພູນໄຊ, ເມືອງລ້ອງແຈ້ງ ແລະ ໂຄງການກໍ່ສ້າງຫ້ອງການປະສານງານ ຂອງໂຄງການເຂື່ອນໄຟຟ້ານໍ້າງຽບ2 ເຂດບ້ານນໍ້າພາງ, ເມືອງທ່າໂທມ.

          ໃນໂອກາດດັ່ງກ່າວ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິບັດ ທີ່ຕິດພັນກັບວຽກງານໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຊຶ່ງກ່ອນອື່ນ ທ່ານ ລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງສະພາບອັນພົ້ນເດັ່ນ, ອົງປະກອບ ການເຄື່ອນໄຫວວຽກງານ, ພາລະບົດບາດ, ສິດ ແລະ ໜ້າທີ່, ຄວາມຮັບຜິດຊອບຂອງຕົນ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ຄົ້ນຄວ້າບັນດານິຕິກຳ, ທິດຊີ້ນຳຕ່າງໆ ຂອງກະຊວງວາງອອກ ໃຫ້ລະອຽດ, ຄົບຖ້ວນ ຢ່າງເປັນປົກກະຕິ, ສ້າງສະຕິການມີແບບແຜນໃຫ້ແກ່ພະນັກງານ, ສຸມໃສ່ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ກຳນົດນິຕິກຳລຸ່ມກົດໝາຍ ໃຫ້ມີຄວາມສອດຄ່ອງ ຖືກຕ້ອງຕາມລະບຽບຫຼັກການ, ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການສ້າງທ່າແຮງຄວາມອາດສາມາດ ໃນການພັດທະນາເສດຖະກິດ, ພັດທະນາປະຊາຊົນ ໃຫ້ໄດ້ຮັບຊີວິດການເປັນຢູ່ທີ່ດີຂຶ້ນ, ລົງເລິກທ່າແຮງການພັດທະນາຈຸດສຸມ ການກຳນົດແຜນໃນຕໍ່ໜ້າ ການຜະລິດ, ການຄຸ້ມຄອງ ໃຫ້ເປັນແຜນວຽກ ແຜນງານອັນລະອຽດ ແລະ ຜັນຂະຫຍາຍ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ.
          ພ້ອມກັນນີ້, ທ່ານ ລົດຖະມົນຕີ ພ້ອມຄະນະ ຍັງລົງເຄືອນໄຫວລົງຢ້ຽມຍາມ ແລະ ລົງຊຸກຍູ້ໂຄງການຂຸດຄົ້ນ ແລະ ປຸງແຕ່ງຄຳ ຂອງ ບໍລິສັດ ຮ່ວມມືພັດທະນາ ບໍ່ແຮ່ ໄຊສົມບູນ ຈຳກັດ ແລະ ບໍລິສັດ ເອທີໂອໂຕ້ ມາຍນີ້ງ ຈຳກັດ.

ໂດຍ: ປະສົງໄຊ ໂຄດໂຍທາ