ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຕ້ອນຮັບຜູ້ຕາງໜ້າທະນາຄານພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

          ຕອນເຊົ້າວັນທີ 28 ກໍລະກົດ 2022 ນີ້, ຢູ່ຫ້ອງຮັບແຂກ ກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບທ່ານ ນາງ ໂຊໂນມິ ຖະນາກະ ຜູ້ຕາງໜ້າທະນາຄານພັດທະນາອາຊີ (ADB) ປະຈຳ ສປປລາວ ພ້ອມຄະນະ ເຂົ້າພົບປະ ແລະ ເຮັດວຽກກັບກະຊວງ ພະລັງງານ ແລະ ບໍ່ແຮ່.
ໃນໂອກາດດັ່ງກ່າວນີ້, ທ່ານ ນາງ ໂຊໂນມິ ຖະນາກະ ໄດ້ຕາງໜ້າໃຫ້ຄະນະທີມງານເສດຖະກິດຂອງ ທະນາຄານພັດທະນາອາຊີ ໄດ້ສະເຫນີ ວັດຖຸປະສົງການເຂົ້າພົບ ແລະ ເຮັດວຽກກັບ ກະຊວງ ພະລັງງານ ແລະບໍ່ແຮ່ ຄັ້ງນີ້ ເປັນຕົ້ນແມ່ນການນຳສະເໜີ New Technical Assistant (ຜູ້ຊ່ວຍດ້ານວິຊາການໃໝ່) ທີີ່ຕິດພັນກັບຫນ້າວຽກ ກ່ຽວກັບການເພີີ່ມທະວີການຄຸຸ້ມຄອງຫນີີ້ສາທາລະນະ ແລະ ຄວາມໂປ່ງໃສຂອງບັນດາສະຖາບັນ (Enhancing Public Debt Management and Transparency Selected Public Institutions).
          ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ຕີລາຄາສູງ ພ້ອມທັງສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ຜູ້ຕາງໜ້າທະນາຄານພັດທະນາອາຊີ ພ້ອມຄະນະທີ່ເຂົ້າມາເຮັດວຽກກັບກະຊວງ ພະລັງງານ ແລະ ບໍ່ແຮ່ ຄັ້ງນີ້. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ລາຍງານ ແລະ ນຳສະເໜີບັນດາໂຄງການຕ່າງໆ ທີ່ຕິດພັນກັບວຽກງານພະລັງງານ ແລະ ບໍ່ແຮ່ ເພື່ອໃຫ້ທະນາຄານພັດທະນາອາຊີ ຮັບຊາບ ແລະ ສືບຕໍ່ພິຈາລະນາສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານງົບປະມານ ແລະ ເຕັກນິກວິຊາການເປັນຕົ້ນແມ່ນ: ການຮ່ວມມືໃນກອບ GMS ການສ້າງຕັ້ງການຊື້-ຂາຍພະລັງງານໃນອານຸພາກພື້ນແມ່ນໍ້າຂອງ (Regional Power Coordination Center) ໂດຍຜ່ານກົນໄກຄະນະເຮັດວຽກ RPTCC ເພື່ອສຶກສາບັນດາມາດຕະຖານເຕັກນິກ ໄຟຟ້າແລະລະບຽບການເພື່ອການເຊື່ອມຕໍ່ຊື້-ຂາຍໄຟຟ້າລະຫວ່າງບັນດາປະເທດແມ່ນໍ້າຂອງຕອນລຸ່ມ GMS ເພື່ອຈຊຸກຍຸ້ໃຫເກິດການເຊື່ອມຕໍ່ ແລະ ຊື້ຂາຍພະລັງງານໄຟຟ້າພາຍໃນພາກພື້ນ; ໂຄງການຊ່ວຍສຶກສາສາຍສົ່ງ 230 kv ລາວ-ມຽນມາ ເຊິ່ງ ADB ໄດ້ວ່າຈ້າງທີີ່ປຶກສາຈາກບໍລິສັດ EDF ປະເທດຝຣັ່ງເພື່ອສຶກສາແລວສາຍສົ່ງຈາກເມືອງລອງຫາແກງລາດ (ມຽນມາ); ໂຄງການສຶກສາສາຍສົ່ງ ແລະ ລະບົບຈໍາຫນ່າຍ 3 ແຂວງພາເໜືອ (ແຂວງຜົ້ງສາລີ, ແຂວງຫົວພັນ ແລະ ແຂວງຊຽງ ຂວາງ). ຈຸດປະສົງແມ່ນເພື່ອຂະຫຍາຍລະບົບຕາຂ່າຍໄຟຟ້າໃນ 3 ແຂວງດັ່ງກ່າວ ໃຫ້ທົ່ວເຖິງ ໂດຍສະເພາະໃນ ເຂດທີີ່ບໍ່ມີໄຟຟ້າໃຊ້.

          ຕອນທ້າຍ ທ່ານ ນາງ ໂຊໂນມິ ຖະນາກະ ຜູ້ຕາງໜ້າທະນາຄານພັດທະນາອາຊີ (ADB) ປະຈຳ ສປປລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ນຳສະເໜີບັນດາໂຄງການທີ່ຈຳເປັນ ແລະ ບູລິມະສິດຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງ ທ່ານ ຮອງລັດຖະມົນຕີ ພ້ອມຄະນະໃນຄັ້ງນີ້, ພ້ອມກັນນີ້, ທ່ານ ຜູ້ຕາງໜ້າທະນາຄານພັດທະນາອາຊີ ກໍ່ໄດ້ຮັບປາກຈະນຳໄປພິຈາລະນາຄົ້ນຄວ້າຕາມຂັ້ນຕອນຕໍ່ໄປ.

ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ