
ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI. ຕອນເຊົ້າວັນທີ 11 ສິງຫາ 2022 ອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ດຳເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກກະຊວງຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີບັນດາ ສະຫາຍ ຄະນະປະຈຳພັກກະຊວງ, ກຳມະການຄະນະບໍລິຫານງານພັກກະຊວງ; ເລຂາ, ຮອງເລຂາ, ຄະນະພັກຮາກຖານ ແລະ ໜ່ວຍຮາກຖານພັກອ້ອມຂ້າງກະຊວງຈຳນວນ 52 ໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະການດຳເນີນກອງປະຊຸມ ຜູ້ແທນໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ຜົນສໍາເລັດກອງປະຊຸມເປີດກວ້າງຄັ້ງທີ 1 ປະຈໍາປີ 2022 ຂອງລັດຖະບານ ແລະ ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ກໍລະກົດ 2022 ໂດຍການເຜີຍແຜ່ຂອງ ສະຫາຍ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໄດ້ໄຂຂຶ້ນຢູ່ສໍານັກງານສູນກາງພັກປະຊາຊົນປະຕິວັດລາວ ລະຫວ່າງວັນທີ 18-26 ພຶດສະພາ 2022. ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຕໍ່ບັນຫາສຳຄັນຄື: ປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປະຈຸບັນ ແລະ ຄາດຄະເນທ່າຂະຫຍາຍໃນຕໍ່ໜ້າ; ການຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ປຶກສາຫາລື ແລະໃຫ້ທິດຊີ້ນຳກ່ຽວກັບການເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; ຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດໃຫ້ມີຄວາມເຂັ້ມແຂງ; ເພີ່ມທະວີການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ; ການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ; ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳເບື້ອງຕົ້ນ ກ່ຽວກັບການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ; ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ກ່ຽວກັບການກະກຽມການດຳເນີນກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດຄັ້ງທີ V, ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ແລະ ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ວາງຄາດໝາຍຈຸດສຸມໃນການຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI.




ກອງປະຊຸມຍັງໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021 ຈຳນວນ 48 ໜ່ວຍ ໂດຍໃຫ້ກຽດມອບຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບຂອງບັນດາ ເລຂາ/ຮອງເລຂາ ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງ.
