ສະຫາຍ ປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງ ສຳເລັດການເຂົ້າຮ່ວມກອງປະຊຸມ

ສະຫາຍ ປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງ ສຳເລັດການເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ 2 ສະໄໝທີ VIII

ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່, ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ສະຫາຍ ບຸນເອື້ອ ສີວັນເພັງ ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ 2 ສະໄໝທີ VIII ເຊິ່ງຈັດຂຶ້ນຢູ່ຫ້ອງປະຊຸມໃຫຍ່ ສູນກາງສະຫະພັນກຳມະບານລາວ ລະຫວ່າງ ວັນທີ 16-17 ທັນວາ 2021ນີ້ ຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ໃຫ້ກຽດເຂົ້າຮ່ວມໂອ້ລົມ ຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນສູນກາງ. ມີບັນດາ ສະຫາຍ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວຈາກບັນດາກະຊວງ, ອົງການ, ນະຄອນຫຼວງ ແລະ ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ກ່າວວ່າ: ອົງການກຳມະບານລາວ ໃນນາມເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນສອບທຳຂອງຜູ້ອອກແຮງງານ ແລະ ໄດ້ຕັ້ງໜ້າເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດດັ່ງນີ້: ເຂົ້າຮ່ວມປະກອບຄໍາເຫັນ ຕໍ່ບັນດານິຕິກໍາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ; ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ອົງການ 3 ຝ່າຍ, ເຂົ້າຮວມຕິດຕາມ ແລະ ໃຫ້ຄຳປຶກສາກ່ຽວກັບການແກ້ໄຂຂໍ້ຂັດແຍ່ງເເຮງງານໃຫ້ຜູ້ອອກແຮງງານ ໄດ້ 23 ກໍລະນີ, ສາມາດແກ້ໄຂໄດ້ 16 ກໍລະນີ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ແກ້ໄຂ 7 ກໍລະນີ, ທວງເງິນຄ່າແຮງງານໃຫ້ກໍາມະກອນເປັນເງິນຈໍານວນ 1 ຕື້ກວ່າກີບ, ໄດ້ຊຸກຍູ້ສ້າງສັນຍາແຮງງານບຸກຄົນໄດ້ 280 ສະບັບ, ສ້າງສັນຍາແຮງງານລວມໝູ່ໄດ້ 31 ແຫ່ງ; ໄດ້ຮ່າງແຜນຍຸດທະສາດການປົກປ້ອງສັງຄົມຂອງສະຫະພັນກຳມະບານລາວ, ຊຸກຍູ້ສົ່ງເສີມສ້າງຕັ້ງກຸ່ມວິຊາຊີບ (ແຮງງານນອກລະບົບ) ໄດ້ 14 ກຸມ, ມີກຳມະກອນ 309 ຄົນ ແລະ ທົ່ວປະເທດມີຫົວໜ່ວຍແຮງງານ 167.340 ແຫ່ງ, ມີກໍາມະກອນທັງໝົດ 1.581.471 ຄົນ, ແຮງງານລາວທີ່ໄປອອກແຮງງານຢູ່ຕ່າງປະເທດ ມີ 224.118 ຄົນ, ໄປທີ່ຖືກຕ້ອງຕາມກົດໝາຍ (ຜ່ານບໍລິສັດຈັດຫາງານ) ມີ 84.627 ຄົນ, ໄປເເບບບໍ່ຖືກຕ້ອງຕາມກົດໝາຍ ມີ 139.851 ຄົນ, ແຮງງານທີ່ເດີນທາງກັບມາຈາກຕ່າງປະເທດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2020 ມີຈໍານວນ 158.753, ປີ 2021 ມີຈຳນວນ 56.918 ຄົນ ແລະ ຍັງຄ້າງຢູ່ຕ່າງປະເທດ 8.444 ຄົນ;

      ສ້າງສູນໃຫ້ຂໍ້ມູນຂ່າວສານດ້ານແຮງງານເຄື່ອນຍ້າຍໄດ້ຕື່ມອີກ 1 ແຫ່ງ ຢູ່ແຂວງບໍ່ແກ້ວ, ໂຄສະນາກ່ຽວກັບແຮງງານເຄື່ອນຍ້າຍແບບປອດໄພຕິດພັນກັບການສະກັດກັ້ນຕ້ານການຄ້າມະນຸດໄດ້ 5 ຄັ້ງ, ມີຜູ້ເຂົ້າຮ່ວມ 1.127 ຄົນ, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງເກັບກໍາຂໍ້ມູນຄົ້ນຄວ້າ ສະເໜີປັບຄ່າແຮງງານຂັ້ນຕໍ່າຊຸດໃໝ່ ໃຫ້ຜູ້ອອກແຮງງານ ພາກວິສາຫະກິດ; ລົງໂຄສະນາວຽກງານຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກຢູ່ຫົວໜ່ວຍແຮງງານໄດ້ 65 ແຫ່ງ ມີຜູ້ເຂົ້າຮ່ວມຈຳນວນ 4.561 ຄົນ, ໂຄສະນາການນຳໃຊ້ທາດໄຍຫີນໄດ້ 2 ແຂວງມີກຳມະກອນເຂົ້າຮ່ວມ 60 ຄົນ, ເກັບກຳອຸບັດເຫດໄດ້ 3 ຄັ້ງ.
ສະຫາຍ ກ່າວຕື່ມອີກວ່າ: ສຳລັບວຽກງານໃນຕໍ່ໜ້າ ສະຫະພັນກໍາມະບານລາວ ຈະສືບຕໍ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ປະຕິບັດກົດໝາຍ, ມີລະບຽບວິໄນໃນການອອກແຮງງານ; ສ້າງຄວາມເຂັ້ມແຂງແກ່ພະນັກງານກຳມະບານໃຫ້ມີຄວາມຮູ້, ຄວາມສາມາດເອົາໃຈໃສ່ໃນການຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານຢູ່ຂົງເຂດລັດໃຫ້ໄດ້ 100%, ຂົງເຂດລັດວິສາຫະກິດໃຫ້ໄດ້ 100%, ຂົງເຂດທຸລະກິດເອກະຊົນພາຍໃນໃຫ້ໄດ້ 22%, ຫົວໜ່ວຍທຸລະກິດລົງທຶນຂອງຕ່າງປະເທດໃຫ້ໄດ້ 15% ແລະ ອື່ນໆ.

       ຕອນທ້າຍຂອງກອງປະຊຸມ ຜູ້ແທນຍັງໄດ້ພ້ອມກັນຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕື່ມອີກ.

ແຫຼ່ງຂ່າວ: ປະຊາຊົນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ