
ຕອນເຊົ້າວັນທີ 2 ກັນຍາ 2022 ຜ່ານມານີ້, ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ລົງພົບປະ, ໂອ້ລົມ ແລະ ຊຸກຍູ້ການຜະລິດຢູ່ໂຮງງານຝຸ່ນຊີວະພາບ ບ້ານດົງຊຽງດີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສີວົງ ພົມສີ ອຳນວຍການລັດວິສາຫະກິດຝຸ່ນຊີວະພາບ ພ້ອມດ້ວຍພະນັກງານ-ກຳມະກອນພາຍໃນໂຮງງານໃຫ້ການຕ້ອນຮັບ.

ໃນໂອກາດດັ່ງກ່າວ ທ່ານ ຜູ້ອຳນວຍການຝຸ່ນຊີວະພາບ ໄດ້ສະແດງຄວາມຕ້ອນຮັບ ແລະ ຂອບໃຈຢ່າງຈິງໃຈ ຕໍ່ ທ່ານ ຫົວໜ້າຫ້ອງການກະຊວງ ທີ່ໄດ້ລົງມາພົບປະ, ຢ້ຽມຢາມ ແລະ ຊຸກຍູ້ການດຳເນີນທຸລະກິດຂອງ ລັດວິສາຫະກິດຝຸ່ນຊີວະພາບ ເຊິ່ງເປັນກົງຈັກໜຶ່ງ ທີ່ຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງກະຊວງ ພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້, ທ່ານ ກໍ່ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຂອງໂຮງງານນັບແຕ່ໄດ້ຮັບການສ້າງຕັ້ງມາແຕ່ປີ 1998 ເປັນຕົ້ນມາ, ເຊິ່ງໄລຍະນັ້ນຂຶ້ນກັບກົມອຸດສາຫະກຳ, ກະຊວງ ອຸດສາຫະກຳ ແລະ ຫັດຖະກຳ ໃນເມື່ອກ່ອນ ກ່ອນຈະໄດ້ຮັບການອະນຸມັດຈາກລັດຖະບານໃຫ້ສ້າງຕັ້ງເປັນ ລັດວິສາຫະກິດຝຸ່ນຊີວະພາບ ແລະ ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ນັບແຕ່ປີ 2007 ເປັນຕົ້ນມາ.

ໂຮງງານຜະລິດຝຸ່ນຊີວະພາບ ບ້ານດົງຊຽງດີ ເປັນໜຶ່ງໃນສອງໂຮງງານ ທີ່ລັດຖະບານອະນຸຍາດໃຫ້ດຳເນີນກິດຈະການຜະລິດຝຸ່ນຊີວະພາບ ເພື່ອສະໜອງໃຫ້ການຜະລິດກະສິກຳໃນຂອບເຂດທົ່ວປະເທດ ໂດຍສະເພາະພາຍໃນນະຄອນຫຼວງວຽງຈັນ ໂດຍນຳໃຊ້ເຕັກນິກ, ເຕັກໂນໂລຊີ ຂອງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ສາມາດຜະລິດຝຸ່ນຊີວະພາບໄດ້ 5.000 ໂຕນຕໍ່ປີ.

ຫຼັງຈາກນັ້ນ, ທ່ານ ຫົວໜ້າຫ້ອງການກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ຄະນະອຳນວຍການ ແລະ ພະນັກງານ-ກຳມະກອນ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມໃນການຈັດຕັ້ງປະຕິບັດການດຳເນີນກິດຈະການຂອງຕົນ ເປັນຕົ້ນແມ່ນການຜະລິດຝຸ່ນຊີວະພາບ ເຊິ່ງເປັນຜະລິດຕະພັນໜຶ່ງທີ່ມີຄວາມສຳຄັນຫຼາຍຕໍ່ການຜະລິດກະສິກຳ ທີ່ເປັນພື້ນຖານທາງດ້ານເສດຖະກິດຂອງ ສປປ ລາວ.

ພ້ອມກັນນີ້, ທ່ານ ຫົວໜ້າຫ້ອງການ ຍັງໄດ້ສະເໜີໃຫ້ ຄະນະພັກ, ຄະນະອຳນວຍການ ພ້ອມດ້ວຍພະນັກງານ-ກຳມະກອນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານແນວຄິດ-ການເມືອງ ໃຫ້ເລິກເຊິ່ງ ແລະ ເປັນປະຈຳ ເພື່ອກຳໄດ້ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ແລະ ແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະ;

