ພິທີເຊັນສັນຍາຮ່ວມມືລະຫວ່າງ ລັດວິສາຫະກິດ ພັດທະນາເເຮ່ທາດລາວ ເເເລະ ບໍລິສັດ ລາວ ເເຊັດ ບໍລິການຂຸດຄົ້ນ ເເລະ ສຳຫຼວດ ສາກົນ ຈຳກັດ

       ໃນວັນທີ 15 ມິຖຸນາ 2022, ທີ່ໂຮງເເຮມ ເເລນມາກ, ຫ້ອງປະຊຸມ ຊັ້ນ 9 ໄດ້ຈັດພິທີເຊັນສັນຍາຮ່ວມມືລະຫວ່າງ ລັດວິສາຫະກິດ ພັດທະນາແຮ່ທາດລາວ ແລະ ບໍລິການຂຸດຄົ້ນ ແລະ ສຳຫຼວດສາກົນ ຈຳກັດ ໃນພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ດາວວົງ ພອນເເກ້ວ, ລັດຖະມົນຕີ ກະຊວງ ພະລັງງານ ເເລະ ບໍ່ເເຮ່ ເເລະ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງ ພະລັງງານ ເເລະ ບໍ່ເເຮ່ ແລະ ທ່ານ ລີໂອນາໂດ ຟີລາຟີວ ປະທານ ບໍລິສັດ ລາວ ເເຊັດ ບໍລິການຂຸດຄົ້ນ ເເລະ ສຳຫຼວດສາກົນ ຈຳກັດ, ພ້ອມດ້ວຍຄະນະ ກໍໃຫ້ກຽດເຂົ້າຮ່ວມ, ນອກນີ້ຍັງມີບັນດາກົມພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຄະນະ ກໍໃຫ້ກຽດເຂົ້າຮ່ວມ.

        ໃນພິດັ່ງກ່າວນີ້, ກໍ່ໄດ້ພ້ອມເຊັນສັນຍາຮ່ວມມື ລະຫວ່າງ ລັດວິສາຫະກິດ ພັດທະນາເເຮ່ທາດລາວ ເເເລະ ບໍລິສັດ ລາວເເຊັດ ບໍລິການຂຸດຄົ້ນ ເເລະ ສຳຫຼວດສາກົນ ຈຳກັດ ມີປະສົບການທີ່ສາມາດດຳເນີນໂຄງການໃຫ້ບັນລຸເຖິງຂັ້ນຕອນຂຸດຄົ້ນໄດ້, ເປົ້າໝາຍສ່ວນໜື່ງຂອງພວກເຮົາເເມ່ນ ສະໜອງວຽກງານ ເເລະ ໂອກາດໃຫ້ເເກ່ປະຊາຊົນລາວໃນຂະເເໜງການພະລັງງານ ແລະ ບໍ່ເເຮ່ ໃນມາດຕະຖານລະດັບໂລກ, ພວກເຮົາຢາກອົບຮົມໃຫ້ປະຊາຊົນລາວເພື່ອເພີ່ມຄວາມຮູ້ ເເລະ ເຂົ້າໃຈໃນວຽກງານການສຳຫຼວດລວມໄປເຖິງຄວາມປວດໄພຕາມມາດຕະຖານລະດັບໂລກ, ເຖິງວ່າທາງ ບໍລິສັດ ຈະມີຄວາມຮູ້ດ້ານການຂຸດເຈາະ ເເລະ ການສຳຫຼວດ.
ພາບ: ວິລະຊາດ ສາຍອັດຕະປື
ແຫຼ່ງຂໍ້ມູນ: ກອງເລຂາ