ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ເປີດໂຮງງານລ້າງຖ່ານຫີນ

         ວັນທີ 13 ກໍລະກົດ 2022 ຜ່ານມານີ້, ຢູ່ແຂວງ ຜົ້ງສາລີ ໄດ້ຈັດພິທີເປີດໂຮງງານລ້າງຖ່ານຫີນແບບທົດລອງ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປີດຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງໆ ຜົ້ງສາລີ, ຜູ້ຊີ້ນຳຂົງເຂດເສດຖະກິດ, ທ່ານ ຄຳຜາຍ ສີລາຊາ ປະທານບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ. ນອກຈາກນີ້, ຍັງມີການນຳ ແລະ ພະນັກງານ, ກຳມະກອນຂອງທັງ 3 ພາກສ່ວນເຂົ້າຮ່ວມເປັນສັກຂີ່ພິຍານ.
          ໃນໂອາກດກ່າວລາຍງານຫຍໍ້ການຈັດຕັ້ງປະຕິບັດຂອງໂຄງການ, ທ່ານ ຄຳຜາຍ ສີລາຊາ ປະທານບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໄດ້ເຊັນສັນຍາສຳປະທານຊອກຄົ້ນ-ສຳຫຼວດຖ່ານຫີນ ກັບ ລັດຖະບານ ສປປລາວ ຕາງໜ້າໂດຍກະຊວງ ແຜນການ ແລະ ການລົງທຶນ ໃນວັນທີ 10 ເມສາ 2015.
ມາຮອດປັດຈຸບັນ ບໍລິສັດ ໄດ້ປະຕິບັດວຽກງານສຳເລັດຂັ້ນຕອນການຊອກຄົ້ນ, ສຳຫຼວດ ແລະ ເຂົ້າສູ່ຂັ້ນຕອນວິພາກເສດຖະກິດ-ເຕັກນິກ. ບໍລິສັດ ເຊື່ອໝັ້ນຢ່າງຍິ່ງວ່າ ໃນຕໍ່ໜ້ານີ້, ບໍລິສັດຈະໄດ້ຮັບອະນຸຍາດຂຸດຄົ້ນ, ປຸງແຕງ ແລະ ສົ່ງອອກຕາມລະບຽບການ ເພື່ອສ້າງລາຍຮັບເຂົ້າງົບປະມານໃຫ້ແກ່ລັດຖະບານຢ່າງຫຼວງຫຼາຍ ເປັນຕົ້ນແມ່ນຄ່າພັນທະ, ຄ່າສຳປະທານ, ຄ່າຊັບພະຍາກອນ, ຄ່າພາສີອາກອນ, ໄດ້ຂາຍກະແສໄຟຟ້າໃຫ້ໂຮງງານ. ນອກຈາກນີ້, ຍັງເຮັດໃຫ້ປະຊາຊົນອ້ອມຂ້າງໂຄງການມີວຽກເຮັດງານທຳ ແລະ ມີລາຍຮັບທີ່ໝັ້ນຄົງ ເພື່ອສ້າງເສດຖະກິດໃຫ້ບ້ານ, ເມືອງ, ແຂວງ ມີຄວາມເຂັ້ມແຂງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ແລະ ຫຼຸດຜົ້ນອອກຈາກຄວາມທຸກໄດ້ຢ່າງສິ້ນເຊີງ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ວາງໄວ້.
ພາບ ແລະ ແຫຼ່ງຂໍ້ມູນ: ກອງເລຂາ ການນຳກະຊວງ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ