
ໃນວັນທີ 3 ຕຸລາ 2022 ຢູ່ທີ່ໂຮງແຮມ ຣີເວີເຣຍ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມປຶກສາຫາລືພາຍໃຕ້ຫົວຂໍ້: ຍູ້ແຮງການພັດທະນາບັນດາແຂວງພາກກາງເປັນໃຈກາງອຸດສາຫະກໍາການຄ້າ ແລະ ໂລຈິສຕິກ ຂອງປະເທດໃຫ້ປະກົດເປັນຈິງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ແຂວງຄຳມ່ວນ, ທ່ານ ຈັນທະບູນ ລັດຕະນະວົງ ຜູ້ຫົວໜ້າຄະນະຜູ້ຊ່ວຍວຽກ ທ່ານ ນາຍົກລັດຖະມົນຕີ, ທ່ານ ໂກບາຍຢາຊິ ເກນິຈິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີບັນດາທ່ານ ຮອງລັດຖະມົນຕີ, ຫົວໜ້າຫ້ອງການ ຈາກກະຊວງທີ່ກ່ຽວຂ້ອງ, ບັນດາຮອງເຈົ້າແຂວງພາກກາງ,ຫົວໜ້າພະແນກການອ້ອມຂ້າງແຂວງ ພ້ອມດ້ວຍນັກທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ຄະນະຜູ້ແທນກະຊວງ ພະລັງງານ ແລະ ບໍ່ແຮ່ ນຳໂດຍ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ.


ທີ່ມີຄວາມໝາຍສໍາຄັນນີ້ ສ້າງຄວາມຮັບຮູ້-ເຂົ້າໃຈ, ເກີດປະໂຫຍດສູງສຸດແກ່ຜູ້ແທນທີ່ເຂົ້າຮ່ວມ, ທັງເພືີ່ອເປັນການຍູ້ແຮງຍຸດທະສາດການພັດທະນາຂອງລັດຖະບານ ແລະ ຂອງບັນດາແຂວງໃຫ້ບັນລຸຕາມແຜນການ, ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມໄດ້ຖ່າຍທອດຄວາມຮູ້, ບົດຮຽນ, ປະສົບການ ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນອັນເປັນປະໂຫຍດຊ່ວຍບັນດາແຂວງ ເພື່ອນໍາໄປສູ່ການຈັດຕັ້ງປະຕິບັດທີ່ຖືກຕ້ອງ ແລະ ເປັນຮູບປະທໍາ ຕາມຫົວຂໍ້ກອງປະຊຸມທີ່ໄດ້ກໍານົດໄວ້. ເຊິ່ງການຈັດກອງປະຊຸມຄັ້ງແມ່ນມີຄວາມໝາຍສໍາຄັນ ເຫັນວ່າແຕ່ລະທ່ານທີ່ມີຄໍາເຫັນແມ່ນໄດ້ມີທັດສະນະ ແລະ ວິໄສທັດທີ່ຫຼາກຫຼາຍພ້ອມທັງນໍາເອົາຜົນປະໂຫຍດຕົວຈິງມາສູ່ 03 ແຂວງພາກກາງ ( ບໍລິຄໍາໄຊ , ຄໍາມ່ວນ ,ສະຫວັນນະເຂດ ) ໃນການເຊື່ອມໂຍງທາງດ້ານລະບົບຂົນສົ່ງໄປຫາບັນດາແຂວງໃນທົ່ວປະເທດຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກກໍ່ຄືການເຊື່ອມໂຍງກັບບັນດາປະເທດໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ເປັນຕົ້ນ .

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານ ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ປະກອບຄຳເຫັນໃນຫົວຂໍ້: ຍຸດທະສາດຄວາມໝັ້ນຄົງພະລັງງານ ແລະ ການຫັນ ເປັນອຸດສາຫະກໍາຢູ່ບັນດາແຂວງ ພາກກາງ. ກ່ອນອື່ນ ທ່ານ ໄດ້ຍົກໃຫ້ເຫັນເຖິງບົດບາດສຳຄັນຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຕໍ່ການພັດທະນາບັນດາແຂວງພາກກາງ. ພ້ອມກັນນີ້, ທ່ານ ຍັງໄດ້ນຳເໜີຍຸດທະສາດຄວາມໝັ້ນຄົງພະລັງງານ ແລະ ການຫັນເປັນອຸດສາຫະກໍາຢູ່ບັນດາແຂວງ ພາກກາງ. ຫຼັງຈາກສຳເລັດການເຂົ້າຮ່ວມກອງປະຊຸມດັ່ງກ່າວແລ້ວ, ທ່ານ ຫົວໜ້າຫ້ອງການພ້ອມຄະນະຍັງໄດ້ຢ້ຽມຢາມໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ), ຈຸດປະສົງ ເພື່່ອຕິດຕາມການສະໜອງໄຟຟ້າ ຮັບໃຊ້ໂຄງການ ໃນໄລຍະກໍ່ສ້າງ ແລະ ໄລຍະສຳເລັດ ເປີດນຳໃຊ້ຂົວມິດຕະພາບ ແລະ ເຂດເສດຖະກິດ ພິເສດ ຫຼື ເຂດໂລຊິດສະຕິກ ແຫ່ງໃໝ່ ໃນທ້າຍປີ 2023 ແນ່ໃສ່ຮັບປະກັນໃຫ້ມີພະລັງງານໄຟຟ້າພຽງພໍ.
ໂດຍ: ມີລູ່ ຄຳປະເສີດ