ຂະແໜງພົວພັນສື່ສານຂອງ ບໍລິສັດ ພູເບ້ຍມາຍນິງ ຈຳກັດ ເຂົ້າອວຍພອນຄະນະບັນນາທິການຂ່າວສານກະຊວງ ພະລັງງານ ແລະ ບໍ່ແຮ່

             ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ຄະນະຜູ້ບໍລິຫານສື່ສານຂອງບໍລິສັດ ພູເບ້ຍມາຍນິງ ຈຳກັດ ເຊິ່ງນຳໂດຍ ທ່ານ ແກ້ວເລີດສະໄໝ ທຳມະລັງສີ ທີ່ປຶກສາຂັ້ນສູງຂະແໜງພົວພັນສື່ສານຂອງບໍລິສັດ ພູເບ້ຍມາຍນິິງ ຈຳກັດ ໄດ້ເຂົ້າມາອວຍພອນຄະນະບັນນາທິການຂ່າວສານຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ໃນຕອນເຊົ້າຂອງວັນທີ 3 ມັງກອນ 2023 ນີ້ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການກະຊວງ, ຜູ້ຊີ້ນຳວຽກງານປະຊາສຳພັນ ແລະ ໄອທີ, ທັງເປັນຄະນະບັນນາທິການໜັງສືພິມກະຊວງພະລັງງານ ແລະ ບໍ່ແຮ່, ໂດຍມີຄະນະພະແນກຂອງທັງສອງຝ່າຍເຂົ້າຮ່ວມ.

            ໃນໂອກາດທີ່ມີຄວາມສຳຄັນນີ້, ທ່ານ ຮອງຫົວໜ້າຫ້ອງການກະຊວງ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄະນະນຳບໍລິສັດພູເບ້ຍມາຍນິງ ຈຳກັດ ເວົ້່າລວມ, ເວົ້າສະເພາະຄະນະພົວພັນສື່ສານຂອງ ບໍລິສັດ ພູເບ້ຍມານິງ ຈຳກັດ ທີ່ຍາມໃດກໍ່ໃຫ້ການສະໜັບສະໜູນ ແລະ ຊຸກຍູ້ວຽກງານຂໍ້ມູນຂ່າວສານຂອງກະຊວງ ພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້ ທ່ານ ຮອງຫົວໜ້າຫ້ອງການກະຊວງ ຍັງໄດ້ອວຍພອນໃຫ້ຄະນະ ແລະ ບໍລິສັດ ຈົ່ງມີຜົນສຳເລັດໃນການດຳເນີນທຸລະກິດຂອງຕົນເອງ ເພື່ອສືບຕໍປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດຂອງພວກເຮົາໃຫ້ຈະເລີນຮຸ່ງເຮືອງສີວິໄລ.
           ຂະນະດຽວກັນ ທ່ານ ແກ້ວເລີດສະໄໝ ທຳມະລັງສີ ໄດ້ຕາງໜ້າໃຫ້ຄະນະນຳ ແລະ ພະນັກງານ, ກຳມະກອນ ພາຍໃນບໍລິສັດ ພູເບ້ຍມາຍນິງ ຈຳກັດ ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອຍຮັບຢ່າງອົບອຸ່ນຂອງຄະນະນຳຫ້ອງການກະຊວງ ພະລັງງານ ແລະບໍ່ແຮ່, ພ້ອມກັນນີ້, ທ່ານ ກໍ່ສະແດງຄວາມຂອບໃຈທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານຂອງບໍລິສັດ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ. ໃນຕໍ່ໜ້າ ບໍລິສັດຈະສືບຕໍ່ຮ່ວມມືຢ່າງຕັ້ງໜ້າກັບກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອເສີມຂະຫຍາຍການຮ່ວມມືກັນໃນການສະໜອງຂໍ້ມູນຂ່າວສານໃຫ້ມີລັກສະນະກວ້າງຂວາງ, ເລິກເຊິ່ງ ແລະ ເປັນປົກກະຕິ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ