ໃນຕອນເຊົ້່າ ວັນທີ 27 – 30 ສິງຫາ 2024ທີ່ ສະໂມສອນ ແຂວງ ຈໍາປາສັກ ໄດ້ຈັດຝຶກອົບຮົມວຽກງານນິຕິກໍາຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍການເປັນປະທານຂອງ ທ່ານ ອັກສອນ ຄຳສະຫວັດ ຮອງຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ມີນັກສຳມະນາກອນ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສວາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ພ້ອມດ້ວຍນັກສໍາມະນາກອນ ຂັ້ນສູນກາງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ແມ່ນການຝຶກອົບຮົມວຽກງານການສ້າງນິຕິກຳ, ການໂຄສະນາເຜີຍແຜ່ ແລະ ໃຫ້ຄວາມຮູ້ທາງດ້ານກົດໝາຍ ຫຼື ນິຕິກຳໃຕ້ກົດໝາຍຂອງຂະແໜງພະລັງງານ ແລະ ບໍ່ແຮ່. ເຊິ່ງໃນປັດຈຸບັນ ຂະແໜງພະລັງງານ ແລະ ບໍ່ແຮ່ ກໍ່ມີ 3 ກົດໝາຍຄື: ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍໄຟຟ້າ ແລະ ກົດໝາຍວ່າດ້ວຍຄວາມປອດໄພເຂື່ອນ ເຊິ່ງເປັນວຽກທີ່ສຳຄັນ ເພື່ອໃຫ້ເປັນວຽກງານທີ່ພົວພັນກັບຂົງເຂດເສດຖະກິດ ແລະ ຄວາມປອດໄພຕໍ່ສາທາລະນະ ພ້ອມນັ້ນ ກໍ່ກຳລັງມີການສ້າງ ແລະ ປັບປຸງນິຕິກຳ ນິຕິກຳ ລຸ່ມກົດໝາຍຫຼາຍອັນ.
ທ້າຍສຸດປະທານກໍໄດ້ໃຫ້ຂະແໜງການກໍຄື: ພະແນກ ທີ່ກ່ຽວຂ້ອງພ້ອມການລົງຊຸກຍູ້ ແລະ ເຄື່ອນໄຫວວຽກງານນິຕິກຳຂອງຂະແໜງການໃຫ້ມີຄວາມຄືບໜ້າ ແລະ ໃຫ້ສອດຄ່ອງຂຶ້ນຕື່ມ ເພື່ອຊ່ວຍໃນການສ້າງແຜນ ແລະ ຕິດຕາມຊຸກຍູ້ການສ້າງ ແລະ ປະຕິບັດແຜນການສ້າງນິຕິກຳຂອງຂະແໜງການຕິດຕາມ, ປະເມີນ, ການນຳໃຊ້ນິຕິກຳຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ໃຫ້ມີປະສິດທິພາບປະສິດຜົນ.