
ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສອງປະເທດ ເວົ້າລວມ, ເວົ້າສະເພາະການຮ່ວມມືໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃນຊຸມປີຕໍ່ໜ້າໃຫ້ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສຳເລັດທີ່ໜັກແໜ້ນກວ່າເກົ່າ. ມາໃນຕອນເຊົ້າວັນທີ 29 ມີນາ 2022 ຜ່ານມານີ້ ທ່ານ ຄຳໂສ້ ກຸໂພຄຳ ວ່າການຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປລາວ ເພື່ອພົບປະ, ປຶກສາຫາລື ກ່ຽວກັບການຮ່ວມມືເພື່ອຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ ທ່ານ ຮອງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປລາວ ໄດ້ແຈ້ງຈຸດປະສົງຂອງການເຂົ້າພົບ ແລະ ເຮັດວຽກກັບກະຊວງ ພະລັງງານ ແລະ ບໍ່ແຮ່ ຄັ້ງນີ້ ກໍ່ເພືອປຶກສາຫາລືກ່ຽວກັບການວາງແຜນການຮ່ວມມືກັນໃນຕໍ່ໜ້າ.


ທ່ານ ວ່າການຫົວໜ້າຫ້ອງການກະຊວງ ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ຮອງເອກອັກຄະລັດຖະທູດອົດສະຕຣາລີ ພ້ອມຄະນະທີ່ໄດ້ເຂົ້າພົບປະ ແລະ ເຮັດວຽກກັບກະຊວງ ພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້, ພ້ອມກັນນີ້, ທ່ານ ວ່າການຫົວໜ້າຫ້ອງການຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ. ສຳລັບການຮ່ວມມືໃນຕໍ່ໜ້າ, ທ່ານ ວ່າການຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີ 2 ໂຄງການໃຫຍ່, 27 ກິດຈະກຳຍ່ອຍ ເພື່ອໃຫ້ ລັດຖະບານ ອົດສະຕຣາລີ ພິຈາລະນາສະໜັບສະໜູນ ແລະ ຊ່ວຍເຫຼືອຂະແໜງການພະລັງງານ ແລະ ບໍ່ແຮ່ ຄື: ໂຄງການຮ່ວມມື ດ້ານວິຊາການ ປະກອບມີ 20 ກິດຈະກຳ ແລະ ໂຄງການການຮ່ວມມືດ້ານການສ້າງຄວາມເຂັ້ມແຂງທາງດ້ານບຸກຄະລາກອນໃນຂະແໜງການ ພະລັງງານ ແລະ ບໍ່ແຮ່ ສປປ ລາວປະກອບມີ 7 ກິດຈະກຳ. ທ່ານ ຮອງເອກອັກຄະລັດຖະທູດ ສະແດງຄວາມຂອບໃຈ ແລະ ຍິນດີຈະຮັບເອົາໄປລາຍງານ ຕໍ່ ລັດຖະບານ ແລະ ຄົ້ນຄວ້າພິຈາລະນາຕໍ່ຂໍ້ສະເໜີຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງການທີ່ສຳຄັນ ທີ່ຈະເຮັດໃຫ້ ລັດຖະບານ ລາວ ບັນລຸການປະຕິບັດສະຫັດສະວັດການພັດທະນາຂອງຕົນຕາມແຜນການທີ່ວາງໄວ້.
ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື
ຂ່າວ: ຄຳແສງ ແກ້ວປະເສີດ