ວຽກງານພະລັງງານ ແລະ ບໍ່ແຮ່ ໄລຍະ 5 ປີຄັ້ງທີ 9 (2021-2025)

ໃນວັນທີ 13 ພຶດສະພາ 2022 ຜ່ານມານີ້, ທີ່ສະໂມສອນ ເມືອງ ຫຼາ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ, ໄດ້ຈັດຕັ້ງກອງປະຊຸມການເຜີຍແຜ່, ເຊື່ອມຊຶມແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄລຍະ 5 ປີຄັ້ງທີ 9 (2021-2025), ສັນຍາກ່ຽວກັບການຊອກຄົ້ນ, ສໍາຫຼວດແຮ່ຄໍາຢູ່ເຂດບ້ານ ປາງສົມ, ເມືອງ ຫຼາ ແລະ ຈັດສົ່ງພະນັກງານຂອງພະແນກ ພະລັງງານ ແລະ ບໍ່ແຮ່ ລົງໄປຊ່ວຍຢູ່ ເມືອງ ຫຼາ.

ໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ອາລຸນ ບຸນວິໄລ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ແລະ ທ່ານ ຫຸມພັນ ບຸບຜາຄຳ ກຳມະການພັກແຂວງ, ເລຂາພັກ ເມືອງ ເຈົ້າເມືອງໆ ຫຼາ ແລະ ບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ການເຜີຍແຜ່ເຊື່ອມຊຶມທັງ 2 ເອກະສານໃນມື້ນີ້ ມີຄວາມສໍາຄັນຫຼາຍ ຍ້ອນວ່າການເຜີຍແຜ່, ເຊື່ອມຊຶມເພື່ອສ້າງຄວາມຮັບຮູ້ໃຫ້ຄົບຖ້ວນ, ເລິກເຊິ່ງ ກ່ຽວກັບເນື້ອໃນ, ກໍາໃຫ້ແໜ້ນກ່ຽວກັບທິດທາງ, ໜ້າທີ່, ຈຸດປະສົງ, ຄາດ     ໝາຍ, ວິທີການ, ມາດຕະການ ທີ່ໄດ້ກໍານົດໄວ້ຢູ່ໃນເອກະສານ ແລະ ນິຕິກໍາດັ່ງກ່າວ, ແມ່ນພື້ນຖານທີ່ສໍາຄັນ ເພື່ອຮັບປະກັນປະສິດທິຜົນໃນການຈັດຕັ້ງປະຕິບັດ.

     ພ້ອມນີ້ບັນດາຜູ້ແທນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດາເອກະສານທີ່ສຳຄັນກ່ຽວກັບການພັດທະນາວຽກງານທໍລະນີສາດ-ບໍ່ແຮ່, ວຽກງານພະລັງງານໄຟຟ້າ ແລະ ເຜີຍແຜ່ບົດສັນຍາ ການສໍາຫຼວດແຮ່ຄຳ ເຂດບ້ານ ປາງສົມ, ເມືອງ ຫຼາ, ແຂວງ ອຸດົມໄຊ.

      ການວາງແຜນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX(2021-2025). ໄດ້ວາງວິໄສທັດຄື: “ພັດທະນາພະລັງງານ ແລະ ບໍ່ແຮ່ ຕາມທິດຫັນເປັນອຸດສາຫະກຳ ຫັນເປັນທັນສະໄໝ ຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້ ແລະ ສະໜອງໄຟຟ້າໃຫ້ໝັ້ນຄົງ ຍືນຍົງ”.

    ພ້ອມດຽວກັນນີ້ ກໍໄດ້ກຳນົດເປົ້າໝາຍລວມ, ຄາດໝາຍຕົ້ນຕໍ ແລະ ວຽກງານຈຸດສຸມ ການພັດທະນາໃນຕໍ່ໜ້າ ຢ່າງພາວະວິໄສ, ເຊິ່ງປະກອບມີ : 05 ເປົ້າໝາຍລວມ, 08 ຄາດໝາຍຕົ້ນຕໍ່ ແລະ 25 ວຽກຈຸດສຸມ ປະມານ 55 ໂຄງການ, ມີ 05 ນະໂຍບາຍ, 07 ກົນໄກ ແລະ 12 ມາດຕະການຈັດຕັ້ງປະຕິບັດ. ບັນດາຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນຄຳສະເໜີຕ່າງໆ ເພື່ອເຮັດໃຫ້ແຜນພັດທະນາວຽກງານດັ່ງກ່າວໃນຕໍ່ໜ້າໃຫ້ມີຄວາມຖືກຕ້ອງແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ.

    ກອງປະຊຸມຄັ້ງນີ້ກໍ່ໄດ້ມີການຈັດສົ່ງພະນັກງານຈາກຂັ້ນແຂວງລົງຊ່ວຍເມືອງ ໂດຍແຕ່ງຕັ້ງ ທ່ານ ພອນສະຫວັນ ພິມບົວທອງ ວິຊາການຂະແໜງທໍລະນີສາດ ແລະ ແຮ່ທາດ ລົງຊ່ວຍວຽກຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ ຫຼາ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມສະດວກ ແລະ ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງສ່ອດຄ່ອງຕາມນະໂຍບາຍ, ກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້.

ພາບ-ຂ່າວ: ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ