
ພິທີເປີດໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນຄໍ່າວັນທີ 21 ຕຸລາ 2022 ຢູ່ສູນມາສະດາ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ , ທ່ານ Eric Liu ປະທານ ບໍລິສັດ JMEV, ທ່ານ ກົງສະດາ ແກ້ວມະນີວົງ ປະທານບໍລິສັດ ທິວາຣາ ໂອໂຕຈຳກັດ ແລະ ທ່ານ Wu Jianbo ຜູ້ອຳນວຍການຝ່າຍຂາຍຂອງ ບໍລິສັດ JMEV ພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນເຂົາຮ່ວມຢ່າງຫຼວງຫຼາຍ.

ໃນໂອກາດກ່າວເປີດພິທີ ທ່ານ ລັດຖະມົນຕີ ກະຊວງພະລັງງານ-ບໍ່ແຮ່ ກ່າວວ່າ: ສປປລາວ ແມ່ນປະເທດໜຶ່ງທີ່ໄດ້ນໍາເຂົ້າພະລັງງານເຊື້ອໄຟເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະໃນຂົງເຂດຄົມມະນາຄົມ-ຂົນສົ່ງ ຫຼາຍລ້ານລິດຕໍ່ປີ, ຄິດເປັນມູນຄ່າຫຼາຍຮ້ອຍລ້ານ ໂດລາສະຫະລັດ. ແຕ່..ໃນດ້ານໜຶ່ງ, ສປປ ລາວ ຊໍ້າພັດມີທ່າແຮງແຫຼ່ງພະລັງງານສະອາດທີ່ຜະລິດພາຍໃນປະເທດ ເປັນຕົ້ນພະລັງງານໄຟຟ້ານໍ້າຕົກທີ່ໄດ້ຮັບການພັດທະ ນາຫຼາຍສົມຄວນ. ສະນັ້ນເພື່ອການຫລຸດຜ່ອນການເພິ່ງພາການນໍາເຂົ້ານໍ້າມັນເຊື້ອໄຟລົງເທື່ອລະກ້າວ ຊຶ່ງໃນປັດຈຸບັນມີລາຄາສູງຂື້ນ ສົ່ງຜົນກະທົບຫລາຍດ້ານຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືຕໍ່ປະຊາຊົນບັນດາເຜົ່າ.

ນັບແຕ່ປີ 2020 ເປັນຕົ້ນມາ, ລັດຖະບານ ໄດ້ປະກາດນະໂຍບາຍສົ່ງເສີມການໃຊ້ລົດໄຟຟ້າໃນ ສປປ ລາວ ແລະ ຍຸດທະສາດໃນການສະໜອງ ພະລັງງານສະອາດ ໃຫ້ແກ່ຂະແໜງຄົມມະນາຄົມ-ຂົນສົ່ງ, ແນໃສ່ເປັນການປະກອບສ່ວນຊ່ວຍຫຼຸດປະລິມານການປ່ອຍອາຍກາກບອນອອກສູ່ບັນຍາກາດທີ່ເປັນສາເຫດຂອງສະພາວະໂລກຮ້ອນ ແລະ ການປ່ຽນແປງດິນຟ້າອາກາດຂອງໂລກ, ແລະຍັງຊ່ວຍຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ ຈາກຕ່າງປະເທດ, ຮັກສາຄວາມດຸ່ນດ່ຽງ ຂອງເງິນຕາຕ່າງປະເທດ.
