ທ່ານ ຮອງ​ຫົວ​ໜ້າ​ກົມ​ຄຸ້ມ​ຄອງບໍ່​ແຮ່ ເຄື່ອ​ນ​ໄຫວ​ເຮັດ​ວຽກ​ຢູ່​ແຂວງ ບໍ່​ແກ້ວ

ລະຫວ່າງວັນທີ 1 – 6 ມີນາ 2022 ຜ່ານ​ມານີ້, ຄະນະວິຊາການຈາກ ກົມຄຸ້ມຄອງບໍ່ແຮ່, ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່  ນຳໂດຍ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ພ້ອມ​ຄະ​ນະ​ໄດ້​ເຄື່ອນ​ໄຫວ​ເຮັດ​ວຽກ ແລະ ຊຸກ​ຍູ້​ການ​ຈັດ​ຕັ້ງປະ​ຕິ​ບັດ​ວຽກ​ງານ​ວິ​ຊາ​ສະ​ເພາະ​ຢູ່​ແຂວງ ບໍ່​ແກ້ວ ໂດຍ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກ ທ່ານ ພອນສີ ນໍ່ມາລີ ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍ່ແກ້ວ ຢູ່​ຫ້ອງ​ປະ​ຊຸມ​ຂອງ​ພະ​ແນກ​ພະ​ລັງ​ງານ ແລະ ບໍ່​ແຮ່.

ໃນ​ໂອ​ກາດ​ດັ່ງ​ກ່າວ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ໄດ້ແຈ້ງ​ຈຸດ​ປະ​ສົງ​ຂອງ​ການ​ລົງ​ເຄື່ອນ​ໄຫວ, ຊຸກ​ຍູ້ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ຄຸ້ມ​ຄອງບໍ່​ແຮ່ຢູ່​ ແຂວງບໍ່​ແກ້ວ ໃນ​ໄລ​ຍະ​ຜ່ານ​ມາ ແລະ ທິດ​ທາງ​ແຜນ​ການ​ໃນ​ຕໍ່​ໜ້າ. ຈາກນັ້ນ, ທ່ານ ພອນສີ ນໍ່ມາລີ ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍ່ແກ້ວ ໄດ້​ຕາງ​ໜ້າ​ໃຫ້​ຄະ​ນະ​ພັກ, ຄະ​ນະ​ພະ​ແນກ ແລະ ພະ​ນັກ​ງານ-ລັດ​ຖະ​ກອນ​ພາຍ​ໃນ​ພະ​ແນກ ສະ​ແດງ​ຄວາມ​ຕ້ອນ​ຮັບ ແລະ ຊົມ​ເຊີຍ​ຕໍ່​ຄະ​ນະ​ວິ​ຊາ​ການ​ຈາກ​ກົມ​ຄຸ້ມ​ຄອງບໍ່ແຮ່ ທີ່​ໄດ້​ລົງ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານບໍ່​ແຮ່ ຢູ່​ແຂວງບໍ່​ແກ້ວ. ພ້ອມ​ກັນ​ນີ້, ທ່ານ ຫົວ​ໜ້າ​ພະ​ແນກ ກໍ່​ໄດ້​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ຜົນ​ສຳ​ເລັດ ແລະ ຂໍ້​ຫຍຸ້ງ​ຍາກ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ການຄຸ້ມ​ຄອງວຽກ​ງານບໍ່​ແຮ່ ຢູ່​ພາຍ​ໃນ​ແຂວງ.

ພາຍ​ຫຼັງ​ການ​ພົບ​ປະ​ປຶກ​ສາ​ຫາ​ລື​ກັນ ຄະ​ນະ​ວິ​ຊາ​ການ​ຈາກ​ກົມ​ຄຸ້ມ​ຄອງບໍ່​ແຮ່, ພະ​ແນກ​ພະ​ລັງ​ງານ ແລະ ບໍ່​ແຮ່​ແຂວງ ແລະ ຫ້ອງ​ການ​ພະ​ລັງ​ງານ ແລະ ບໍ່​ແຮ່ ເມືອງ ​ກໍ່ໄດ້ພ້ອມ​ກັນ​ລົງ​ຕິດ​ຕາມ, ກວດ​ກາ ແລະ ຊຸກ​ຍູ້ການຈັດຕັ້ງປະຕິບັດວຽກງານ ຂອງບັນດາບໍລິສັດ ທີ່ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ແຂວງບໍ່ແກ້ວ, ໃນ​ນີ້, ມີໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທີ່ສູນກາງອອກອະນຸຍາດ ພາຍໃນແຂວງບໍ່ແກ້ວ ຈຳນວນ 1 ບໍລິສັດ, 1 ກິດຈະການ ແລະ ບັນ​ດາໂຄງການທີ່ທ້ອງຖິ່ນອອກອະນຸຍາດ​ອີກຈຳນວນໜຶ່ງ.

ພ້ອມ​ກັນ​ນີ້, ທ່ານ ຮອງ​ຫົວ​ໜ້າ​ກົມ​ຄຸ້ມ​ຄອງບໍ່​ແຮ່ ຍັງ​ໄດ້​ນຳ​ເອົາອຸປະກອນປ້ອງກັນຄວາມປອດໄພສ່ວນບຸກຄົນ ນຳ​ມາ​ມອບ​ໃຫ້ ພະ​ແນກພະລັງງານ ແລະ ບໍ່ແຮ່ ແຂວງບໍ່ແກ້ວ​ຕື່ມ​ອີກຈຳ​ນວນ 2 ຊຸດ ​ເພື່ອນຳໃຊ້ເຂົ້າໃນວຽກງານການຕິດຕາມກວດກາໂຄງການ ໂດຍ​ການ​ກ່າວ​ຮັບ​ຂອງ ທ່ານ ຫົວ​ໜ້າ​ພະ​ແນກ ພະ​ລັງ​ງານ ແລະ ບໍ່​ແຮ່ ແຂວງ ບໍ່​ແກ້ວ.

 

ພາບ ແລະ ແຫຼ່ງ​ຂ່າວ: ກົມ​ຄຸ້ມ​ຄອງບໍ່​ແຮ່

ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີດ