ກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ຈັດກິດຈະກຳໂຄງການ ເວທີຂອງນັກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໝຸ່ມນ້ອຍ

ລະຫວ່າງວັນທີ 24-28 ມັງກອນ 2022 ຜ່ານມານີ້, ຢູ່ມະຫາວິທະຍາໄລຈຳປາສັກ ແລະ ມະຫາວິຍາໄລສະຫວັນນະເຂດ ໄດ້ມີງານເຜີຍແຜ່ກິດຈະກໍາຂອງໂຄງການ ເວທີຂອງນັກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໝຸ່ມນ້ອຍໄລຍະທີ 2 ຂຶ້ນ ພາຍໃຕ້ຫົວຂໍ້ “ການສ້າງແນວຄວາມຄິດ ປູກຈິດສຳນຶກຂອງໄວໜຸ່ມ ໃນການນຳໃຊ້ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການໝູນໃຊ້ພະລັງງານສະອາດ ແລະ ພະລັງງານທົດແທນ”. ໂຄງການດັ່ງກ່າວຈັດຕັ້ງປະຕິບັດໂດຍ ກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່ ຊຶ່ງຮ່ວມມືກັບ ຄະນະວິສະວະກຳສາດ, ມະຫາວິທະຍາໄລ ແຫ່ງຊາດ ພາຍໃຕ້ການຊ່ວຍເຫຼືອຈາກ ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳສົກປີ 2019-2020. ໂດຍການນຳພາຂອງ ທ່ານ ບຸນທັນ ວົງຊະນະ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ຈາກຂະແໜງການທີ່ກ່ຽວຂ້ອງ, ບັນດາຄູ-ອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ແລະ ບັນດາວິທະຍາໄລທີ່ກ່ຽວຂ້ອງ ເຂົ້າຮ່ວມ 100 ກວ່າ ທ່ານ.


ກິດຈະກຳຄັ້ງນີ້, ຈັດຂຶ້ນເພື່ອສ້າງເວທີໃຫ້ນັກຄົ້ນຄວ້າໜຸ່ມນ້ອຍ ກໍຄືບັນດານັກສຶກສາຂັ້ນມະຫາວິທະຍາໄລ, ວິທະຍາໄລ ແລະ ພາກສ່ວນຕ່າງໆ ໄດ້ເຂົ້າຮ່ວມ ແລະ ສະແດງອອກ ໃນການນໍາສະເໜີແນວຄວາມຄິດ, ສິ່ງປະດິດສ້າງໃນການນໍໍາໃຊ້ເຕັກໂນໂລຊີ, ນະວັດຕະກໍາ ເຂົ້າໃນໝຸນໃຊ້ທາງດ້ານພະລັງງານ. ໂຄງການດັ່ງກ່າວ ມີຄວາມມຸ້ງຫວັງແນໃສ່ໄວໜຸ່ມ ເພາະພວກເຮົາເຊື່ອໜັ້ນວ່ານັກຄົ້ນຄວ້າໜຸ່ມນ້ອຍຈະມີແນວຄິດ ແລະ ການປະດິດສ້າງໃໝ່ໆ ອອກມາຮັບໃຊ້ສັງຄົມ ກໍຄື ຜູ້ຜະລິດ ແລະ ຜູ້ປະກອບການຕ່າງໆ ເພື່ອແນ່ໃສ່ພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ທວງທັນ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ.
ກິດຈະກຳທີ່ນຳມາແຂ່ງຂັນໃນປີນີ້ ມີຫົວຂໍ້ວ່າ: “ການສ້າງແນວຄວາມຄິດ ປູກຈິດສຳນຶກຂອງໄວໜຸ່ມ ໃນການນຳໃຊ້ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການໝູນໃຊ້ພະລັງງານສະອາດ ແລະ ພະລັງງານທົດແທນ ຈຶ່ງກາຍເປັນເວທີໃຫ້ນັກຄົ້ນຄວ້າໜຸ່ມນ້ອຍ ກໍຄືບັນດານັກສຶກສາຂັ້ນມະຫາວິທະຍາໄລ ແລະ ວິທະຍາໄລໄດ້ສະແດງ ແລະ ນໍາສະເໜີຫົວຄິດປະດິດສ້າງໃນການນໍາໃຊ້ເຕັກໂນໂລຊີ, ນະວັດຕະກຳ ເຂົ້າໃນວຽກງານທາງດ້ານພະລັງງານສະອາດ ແລະ ພະລັງງານທົດແທນ. ເຊິ່ງບັນດານ້ອງນັກສຶກສາທີ່ຖືກຄັດເລືອກຈາກເວທີແຂ່ງຂັນຄັ້ງນີ້ຈະໄດ້ເຂົ້າຮ່ວມສຳມະນາ ແລະ ທັດສະນະສຶກສາ ຮ່ວມກັບນັກຄົ້ນຄວ້າໜຸ່ມນ້ອຍຈາກບັນດາປະເທດສະມາຊິກຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຈະມາເຖີງໃນມໍ່ໆນີ້.
ພາບ ແລະ ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື
ຂ່າວ: ຄຳແສງ ແກ້ວປະເສີດ