ບໍລິສັດໄຟຟ້ານໍ້າອີມູນ ໄດ້ມອບທຶນການສຶກສາລະດັບປະລິຍາຕີ ແລະ ປະລິຍາໂທ ໃຫ້ນັກຮຽນຢູ່ເມືອງ ດາກຈຶງ ແລະ ພະນັກງານກະຊວງ ພະລັງງານ ແລະ ບໍ່ແຮ່

          ພິທີເຊັນບົດບັນທຶກມອບ-ຮັບທຶນການສຶກສາດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 25 ຕຸລາ 2022 ນີ້ ຢູ່ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງດາກຈຶງ ແຂວງເຊກອງ ໂດຍການເຂົ້າຮ່ວມຂອງ ທ່ານ ທອງຂັນ ພິມວິໄລ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ພະລັງງານ ແລະ ບໍ່ແຮ່; ທ່ານ ພິມວົງ ຊວງມະນີ ຮອງຫົວໜ້າພະແນກພະລັງານ ແລະ ບໍ່ແຮ່ ແຂວງເຊກອງ ແລະ ທ່ານ ອ້ວນແກ້ວ ສະແຫວງໄຊ ຮອງຫົວໜ້າໜ່ວຍງານຈັດຕັ້ງ ຫ້ອງການສຶກສາ ແລະ ກິລາ ເມືອງດາກຈຶງ ແຂວງ ເຊກອງ. ນອກຈາກນີ້, ຍັງມີຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງດາກຈຶງ ພ້ອມດ້ວຍນ້ອງນັກຮຽນ ແລະ ຜູ້ປົກຄອງ ທີ່ໄດ້ຮັບທຶນການສຶກສາຄັ້ງນີ້ເຂົ້າຮ່ວມຢ່າງພ້ອມພຽງ.

          ໂດຍອີງຕາມສັນຍາສໍາປະທານໂຄງການໄຟຟ້ານໍ້າອີມູນ ສະບັບລົງວັນທີ 25 ມັງກອນ 2020 ໃນການສະໜອງທຶນການສຶກສາ ໃຫ້ແກ່ນັກຮຽນ ທີ່ຢູ່ໃນ ຂອບເຂດພື້ນທີ່ບ້ານ ຖືກຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າອີ່ມູນ ເປັນຈໍານວນ 4 ທຶນ ເຊິ່ງໃນນັ້ນ ເປັນທຶນສຶກສາລະດັບປະລິນຍາຕີ ພາຍໃນປະເທດ ຈໍານວນ 2 ທຶນ ແລະ ທຶນສຶກສາລະດັບປະລິນຍາຕີ ທີ່ຕ່າງປະເທດ ຈໍານວນ 2 ທຶນ. ນອກຈາກນັ້ນ ທາງບໍລິສັດ ຍັງໄດ້ມອບທຶນການສຶກສາລະດັບປະລິນຍາໂທ ທີ່ຕ່າງປະເທດ ໃຫ້ແກ່ພະນັກງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ຈໍານວນ 1 ລວມທັງໝົດ 5 ທຶນການສຶກສາ.
          ໂຄງການເຂື່ອນໄຟຟ້ານໍ້າອີມູນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບລັດຖະບານ ເພື່ອດຳເນີນການສຶກສາ, ສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການ ໃນປີ 2013 ກ່ອນຈະໄດ້ຮັບອະນຸຍາດໃຫ້ເຊັນສັນຍາພັດທະນາໂຄງການ ແລະ ສັນຍາສຳປະທານໂຄງການ ໃນປີ 2015 ແລະ 2020 ຕາມລຳດັບ ໂດຍແມ່ນບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ເປັນຜູ້ພັດທະນາ. ເມື່ອໂຄງການກໍ່ສ້າງສຳເລັດ ຈະມີກຳລັງຕິດຕັ້ງ 131,5 ເມັກກາວັດ, ສາມາດຜະລິດກະແສໄຟຟ້າໄດ້ 431,37 ຈິກກາວັດໂມງຕໍ່ປີ ເປັນເຂື່ອນຄອນກຣີດແບບຝາຍນໍ້າລົ້ນ.
ພາບ: ກົມແຜນການ ແລະ ການຮ່ວມມື
ຂ່າວ: ຄຳແສງ ແກ້ວປະເສີດ