ບໍລິສັດ ໄຟຟ້າຫົງສາ ຈຳກັດ ສ້າງຂະບວນການປູກຕົ້ນໄມ້ 1.000 ຕົ້ນ

           ໂດຍປະຕິບັດຕາມນະໂຍບາຍຂອງ ລັດຖະບານ ສປປລາວ ໄປພ້ອມໆກັບການບຸກທະລຸວິໄສທັດການດຳເນີນທຸລະກິດຂອງບໍລິສັດ ທີ່ມີຈຸດປະສົງ ແລະ ເປົ້າໝາຍ ໃນການດຳເນີນທຸລະກິດຕິດພັນກັບການປົກຮັກສາສິ່ງແວດລ້ອມ ແບບຍືນຍົງ ແລະ ສີຂຽວ. ໃນວັນທີ 14 ກໍລະກົດ 2022 ນີ້, ຝ່າຍຄວາມປອດໄພ, ສຸຂະພາບອະນາໄມ, ສິ່ງແວດລ້ອມ ແລະ ຄຸນນະພາບ ຮ່ວມກັບຝ່າຍປະຕິບັດການບໍ່ແຮ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດກິດຈະກໍາ HPC’s Planting Day 2022 ທີ່ ບໍລິເວນ Ash Pond ຂຶ້ນຢ່າງຄຶກຄື້ນ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີຄະນະຜູ້ບໍລິຫານ, ພະນັກງານບໍລິສັດ ແລະ ບໍລິສັດຜຸ້ຮັບເໝົາພາຍໃນໂຄງການ ເຂົ້າຮ່ວມກິດຈະກໍາຢ່າງພ້ອມພຽງ.
ຕົ້ນໄມ້ທີ່ນໍາມາປູກໃນປີນີ້ ລວມມີທັງໝົດ 1.000 ຕົ້ນ ໃນຈຳນວນ 9 ຊະນິດພັນໄມ້ຄື: ຕົ້ນຂີ້ເຫຼັກ ຈໍານວນ 100 ເບ້ຍ, ຕົ້ນໄຊຍະພຶກ ຈໍານນວນ 100 ຕົ້ນ, ຕົ້ນຕະຂົບຝຣັ່ງ ຈໍານນວນ 100 ຕົ້ນ, ຕົ້ນເຕິມ ຈໍານນວນ 140 ເບ້ຍ, ຕົ້ນປີບ ຈໍານວນ 100 ເບ້ຍ, ຕົ້ນໝາກກອກ ຈໍານນວນ 60 ເບ້ຍ, ຕົ້ນໝາກຂາມປ້ອມ ຈໍານນວນ 100 ເບ້ຍ, ຕົ້ນສັກ ຈໍານນວນ 150 ເບ້ຍ ແລະ ຕົ້ນຫາງນົກຍຸງຝຣັ່ງ ຈໍານນວນ 150 ເບ້ຍ.
ກິດຈະກໍາ HPC’s Planting Day ຈັດຂຶ້ນເປັນປະຈໍາທຸກໆປີ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ແລະ ປີ 2022 ນີ້ ນັບເປັນປີທີ່ 11 ແລ້ວຂອງການຈັດກິດຈະກໍາ ຈຸດປະສົງ ເພື່ອການພັດທະນາພື້ນທີ່ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ໃຫ້ເປັນພື້ນທີ່ສີຂຽວ, ສາມາດເປັນແຫຼ່ງງຮຽນຮູ້ທາງທໍາມະຊາດ ແລະ ສິ່ງແວດລ້ອມທີ່ດີ ໃຫ້ກັບຊຸມຊົນຕໍ່ໄປໃນອະນາຄົດ.
ພາບ ແລະ ແຫຼ່ງຂ່າວ: ບໍລິສັດ ໄຟຟ້າຫົງສາ ຈຳກັດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ