ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນການລວມເອົາບັນດານັກຊ່ຽວຊານທາງດ້ານພະລັງງານເພື່ອຮ່ວມກັນ ປຶກສາ, ແບ່ງປັນຄວາມຮ້ ແລະ ແນວທາງໃນການພັດທະນາພະລັງງານໃຫ້ມີຄວາມຍືນຍົງພາຍໃຕ້ຫົວຂໍ້: “A Resilient and Sustainable Energy Future” ເປັນກຽດໃນການເປີດກອງປະຊຸມໂດຍທ່ານ Lawrence Wong ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງສາທາລະນະລັດສິງກະໂປ, ທ່ານ Gan Kim Yong ລັດຖະ ມົນຕີກະຊວງການຄ້າ ແລະ ອຸດສາຫະກໍາ, ພ້ອມດ້ວຍບັນດາແຂກທີ່ຖືກເຊີນ.