
ໃນວັນທີ 27 ມັງກອນ 2022 ນີ້ ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງ ຊະນະຄາມ ແຂວງວຽງຈັນ ກົມທໍລະນີສາດ-ແຮ່ທາດ ກະຊວງພະລັງງານແລະບໍ່ແຮ່ ໄດ້ສົມທົບກັບພະແນກພະລັງງານແລະບໍ່ແຮ່ ແຂວງ ວຽງຈັນ, ຫ້ອງການພະລັງງານແລະບໍ່ແຮ່ ເມືອງຊະນະຄາມ ໄດ້ຈັດກອງປະຊຸມເຜີຍແຜ່ສັນຍາວ່າດ້ວຍ ການສຳຫຼວດແຮ່ທອງ, ແຮ່ຄຳ ແລະແຮ່ຕິດພັນຢູ່ເຂດບ້ານນາປາຝາ ເມືອງຊະນະຄາມ ແຂວງວຽງຈັນ ຂອງບໍລິສັດ ຈີແອວເອັມ ລາວ ຈຳກັດ (GLM Lao Co., Ltd) ແລະ ລັດວິສາຫະກິດພັດທະນາແຮ່ທາດລາວ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສະໝານ ວິເສດຍະພົງສ໌ ເຈົ້າເມືອງຊະນະຄາມ, ມີທ່ານ ສີໄຄ ວົງຈັນ ຮອງຫົວໜ້າພະແນກພະລັງງານແລະບໍ່ແຮ່ ແຂວງວຽງຈັນ, ທ່ານ ຄຳຜາຍ ສານລາສີ ຫົວໜ້າພະແນກທໍລະນີສາດ ແລະ ແຮ່ທາດ, ກົມທໍລະນີສາດ ແລະ ແຮ່ທາດ, ມີທ່ານ ພອນເພັດ ອຸດົມມີໄຊ ຫົວໜ້າຫ້ອງການພະລັງງານແລະບໍ່ແຮ່ ເມືອງ ຊະນະຄາມ, ມີບັນດາທ່ານທີ່ມາຈາກກົມທໍລະນີສາດ-ແຮ່ທາດ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ອຳນາດການປົກຄອງ 05 ບ້ານທີ່ໂຄງການຕັ້ງຢູ່ ແລະບໍລິສັດ ຈີແອວເອັມ ລາວ ຈຳກັດ (GLM Lao Co., Ltd) ແລະ ລັດວິສາຫະກິດແຮ່ທາດລາວ ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 03 ທ່ານ. ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ສັນຍາ ແລະນິຕິກຳຕ່າງໆທີ່ກ່ຽວຂ້ອງກັບໂຄງການ ຈາກກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານແລະບໍ່ແຮ່, ພ້ອມທັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກພາກສ່ວນຕ່າງໆຂອງຂັ້ນແຂວງ, ຂັ້ນເມືອງ ແລະຂັ້ນບ້ານ.

ນອກນີ້ ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄຳເຫັນໃຫ້ທິດຊີ້ນຳຈາກທ່ານເຈົ້າເມືອງຊະນະຄາມ ແລະມີການ ມອບ-ຮັບ ເງິນພັດທະນາທ້ອງຖິ່ນໃຫ້ເມືອງຊະນະຄາມຈຳນວນ 15.000 ໂດລາສະຫະລັດ ແລະເງິນປະກອບສ່ວນຊຸກຍູ້ໃຫ້ເມືອງຊະນະຄາມ ແລະຫ້ອງການພະລັງງານແລະບໍ່ແຮ່ເມືອງ ຈຳນວນໜຶ່ງຈາກບໍລິສັດ ຈີແອວເອັມ ລາວ ຈຳກັດ (GLM Lao Co., Ltd) ແລະ ລັດວິສາຫະກິດແຮ່ທາດລາວ.
ໂຄງການສຳຫຼວດແຮ່ທອງ, ແຮ່ຄຳ ແລະແຮ່ຕິດພັນ ຂອງບໍລິສັດ ຈີແອວເອັມ ລາວ ຈຳກັດ (GLM Lao Co., Ltd) ແລະ ລັດວິສາຫະກິດແຮ່ທາດລາວ ມີອາຍຸສັນຍາ 60 ເດືອນ, ໃນນີ້ໄລຍະການສຳຫຼວດ 36 ເດືອນ, ໄລຍະສ້າງບົດວິພາກເສດຖະກິດ-ເຕັກນິກ 24 ເດືອນ ເຊິ່ງມີຂອບເຂດເນື້ອທີ່ສຳປະທານ ທັງໝົດ 88,86 ກມ2.
ແຫຼ່ງຂໍ້ມູນ: ຫ້ອງການພະລັງງານແລະບໍ່ແຮ່ ເມືອງຊະນະຄາມ
ຂ່າວ: ຄຳແສງ ແກ້ວປະເສີດ
ຮຽບຮຽງ: ຄະນະບັນນາທິການໜັງສືພິມ ພະລັງງານ ແລະ ບໍ່ແຮ່