ຂະແໜງການພະລັງງານ ແລະ ບໍ່ແຮ່ ມີບົດບາດສຳຄັນຕໍ່ຜົນສຳເລັດການນຳໃຊ້ ທາງລົດໄຟ ແຫ່ງປະຫວັດສາດການຮ່ວມມືສອງຊາດ ລາວ-ຈີນ

ລົດໄຟລາວ-ຈີນ ແມ່ນໂຄງການສັນຍະລັກທີ່ເຊື່ອມໂຍງຂໍ້ລິເລີ່ມ “ໜຶ່ງເເລວໜຶ່ງເສັ້ນທາງ” ຂອງ ສາທາລະນະລັດ ປະຊາຊົນຈີນ ແລະ ຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ ເຊື່ອມຈອດ” ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພາຍຫຼັງໂຄງການເລີ່ມລົງມືກໍ່ສ້າງມາແຕ່ວັນທີ 25 ທັນວາ 2016 ເປັນຕົ້ນມາ, ໂດຍພາຍໃຕ້ການຊີ້ນຳ-ນຳພາອັນປີຊາສາມາດ ແລະ ດ້ວຍວິໃສທັດເບິ່ງກວ້າງມ່ອງໄກ ຂອງຜູ້ນຳສອງພັກ-ສອງລັດ, ການອຸ້ມຊູຊ່ວຍເຫຼືອ ແລະ ສະໜັບສະໜູນຢ່າງແຂງແຮງ ຂອງປະຊາຊົນສອງຊາດລາວ-ຈີນ ຕະຫຼອດໄລຍະເກືອບ 6 ປີຜ່ານມານັ້ນ, ເຮັດໃຫ້ໂຄງການທີ່ມີລັກສະນະປະຫວັດສາດຂອງການຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ມີຄວາມຄືບໜ້າ ແລະ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ທຸກປະການ.

ຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການ ຜູ້ກ່ຽວຂ້ອງທັງສອງຝ່າຍ ນັບແຕ່ຂັ້ນສູນກາງ-ລົງຮອດທ້ອງຖິ່ນ, ນັບແຕ່ການນຳຂັ້ນສູງ ລົງຮອດພະນັກງານ-ກຳມະກອນ ໄດ້ພ້ອມກັນສູ້ຊົນ, ຜ່ານຜ່າອຸປະສັກນາໆຕ່າງໆ ເຊິ່ງມີຄວາມຫຍຸ້ງຍາກທີ່ແຕກຕ່າງກັນ ໂດຍສະເພາະນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ລະບົບເສດຖະກິດ-ການເງິນ ໃນທົ່ວໂລກ ເວົ້າລວມ, ເວົ້າສະເພາະຕໍ່ເສດຖະກິດ-ສັງຄົມ, ການດຳລົງຊີວິດຂອງປະຊາຊົນສອງຊາດລາວ-ຈີນອ້າຍນ້ອງ. ບົນຈິດໃຈຄວາມຮ່ວມມືອັນເປັນມູນເຊື້ອທີ່ດີ, ມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ບວກກັບຄວາມຮຽກຮ້ອງຕ້ອງການອັນສູງສົງຂອງທັງສອງປະເທດລາວ-ຈີນ ໃນການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ ໃຫ້ປະກົດຜົນເປັນຈິງນັ້ນ, ເຮັດໃຫ້ອຸປະສັກ ແລະ ຄວາມຫຍຸ້ງຍາກເຫຼົ່ານັ້ນໄດ້ຮັບການແກ້ໄຂຢ່າງໜັກແໜ້ນ, ກິດຈະກຳທີ່ສຳຄັນຂອງໂຄງການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ສຳເລັດຕາມແຜນການທີ່ວາງໄວ້.
ສຳລັບຂະແໜງການພະລັງງານ ແລະ ບໍ່ແຮ່ ກໍ່ແມ່ນຂະແໜງການໜຶ່ງຂອງ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ຮັບການມອບໝາຍຈາກພັກ, ລັດຖະບານ ຮ່ວມກັບຂະແໜງການອື່ນໆ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ນັບແຕ່ຫົວທີ່ ຈົນຮອດມື້ໂຄງການກໍ່ສ້າງສຳເລັດ ແລະ ຈະສືບຕໍ່ຮັກສາບົດບາດ, ໜ້າທີ່ຂອງຕົນ ໃນການຕິດຕາມ, ຄຸ້ມຄອງ ການສະໜອງກະແສໄຟຟ້າຢ່າງມີຄຸນນະພາບໄປຄຽງຄູ່ກັບການບໍລິການສັງຄົມຂອງໂຄງການລົດໄຟລາວ-ຈີນຕະຫຼອດໄປ. ທັງນີ້, ກໍ່ເນື່ອງຈາກວ່າ ຂະແໜງການພະລັງງານ ແລະ ບໍ່ແຮ່ ເປັນວຽກງານໜຶ່ງທີ່ມີບົດບາດສຳຄັນ ແລະ ຂາດບໍ່ໄດ້ ໂດຍສະເພາະຢ່າງຍິ່ງ ການສະໜອງກະແສໄຟຟ້າຕະຫຼອດ 24 ຊົ່ວໂມງ ໃຫ້ໂຄງການທາງລົດໄຟລາວ-ຈີນ ສາມາດດຳເນີນການກໍ່ສ້າງ ແລະ ດຳເນີນງານ ໄດ້ຢ່າງມີປະສິດທິພາບ, ມີປະສິດທິຜົນສູງ. ເພື່ອເຮັດໃຫ້ແຜນການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ສອດຄ່ອງກັບນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດວາງອອກ ໂດຍສະເພາະແມ່ນແຜນແມ່ບົດການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ. ຄະນະພັກ, ຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ທຸກຂັ້ນ ໄດ້ສຸມທຸກກຳລັງ ຫົວຄິດປະດິດສ້າງ ແລະ ສະຕິປັນຍາຄົ້ນຄວ້າ, ປຶກສາຫາລື, ວາງແຜນຢ່າງຮອບດ້ານ ໂດຍແນ່ໃສ່ວຽກງານທີ່ເລັ່ງດ່ວນ ແລະ ສຳຄັນກວ່າໝູ່ເປັນຕົ້ນແມ່ນ: ວຽກງານກໍ່ສ້າງຕາຂ່າຍ, ການກຳນົດສະຖານີ ແລະ ແຫຼ່ງຜະລິດພະລັງງານ ເພື່ອສະໜອງໄຟຟ້າໃຫ້ໂຄງການນັບຕັ້ງເຂດຊາຍແດນບໍ່ເຕັນ ແຂວງຫຼວງນ້ຳທາ ຈົນຮອດນະຄອນຫຼວງວຽງຈັນ ໂດຍມອບໝາຍໃຫ້ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ-ຈີນ ຈຳກັດ ເປັນເຈົ້າການຈັດຕັ້ງປະຕິບັດໂຄງການຢ່າງຮອບ.

ການສະໜອງກະແສໄຟຟ້າໃຫ້ໂຄງການທາງລົດໄຟລາວ-ຈີນ ໄດ້ດຳເນີນໄປເປັນສອງໄລຍະຄື: ໄລຍະທຳອິດເປັນການສະໜອງກະແສໄຟຟ້າໃນໄລຍະດຳເນີນການກໍ່ສ້າງທີ່ເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍປີ 2016 ເປັນຕົ້ນມາ. ໃນໄລຍະນີ້, ເປັນການສະໜອງກະແສໄຟຟ້າເພື່ອຮັບໃຊ້ວຽກງານການກໍ່ສ້າງໂຄງການ, ເຮືອນພັກກຳມະກອນ ແລະ ວຽກງານທີ່ຈຳເປັນອື່ນໆຢູ່ພາກສະໜາມ. ສ່ວນໄລຍະທີ່ສອງ ເປັນການສະໜອງແສໄຟຟ້າໃຫ້ອາຄານຜູ້ໂດຍສານ, ອາຄານຂົນສົ່ງສິນຄ້າ ແລະ ນຳໃຊ້ກະແສໄຟຟ້າເພື່ອຂັບເຄື່ອນລົດໄຟຕະຫຼອດໄລຍະເສັ້ນທາງ 400 ກວ່າກິໂລແມັດ ລວມມູນຄ່າການກໍ່ສ້າງທັງໝົດ 50ລ້ານກວ່າໂດລາສະຫະລັດ ຢູ່ດິນແດນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພາຍຫຼັງໂຄງການກໍ່ສ້າງສຳເລັດ ແລະ ເປີດການບໍລິການຢ່າງເປັນທາງການໃນວັນທີ 3 ທັນວາ 2021ເປັນຕົ້ນມາ. ເພື່ອຮັບປະກັນໃຫ້ການສະໜອງກະແສໄຟຟ້າມີຄວາມໝັ້ນຄົງ ແລະ ມີສະຖ່ຽນລະພາບ. ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກຳນົດເອົາ 14 ແຫຼ່ງຜະລິດພະລັງງານໄຟຟ້າຫຼັກ ສະເລ່ຍພະລັງງານທີ່ຈະສະໜອງປະມານ 600ກວ່າລ້ານກິໂລວັດໂມງ/ປີ ເພື່ອສະໜອງໃຫ້ໂຄງການຢ່າງພຽງພໍເປັນຕົ້ນແມ່ນ: ມາຈາກເຂື່ອນໄຟຟ້ານ້ຳອູ1, ນ້ຳອູ2, ນ້ຳອູ3, ນ້ຳອູ4, ນ້ຳອູ5, ນ້ຳອູ6, ນ້ຳອູ7, ນ້ຳຄານ2, ນ້ຳຄານ3, ນ້ຳງື່ມ1, ນ້ຳງື່ມ5, ນ້ຳລີກ1, ນ້ຳລີກ1/2 ແລະ ເຂື່ອນໄຟ້ານ້ຳມັງ3 ໂດຍນຳໃຊ້ລະບົບສາຍສົ່ງ 115 ກິໂລໂວນ ທີ່ມີຄວາມຍາວທັງໝົດ 258 ກິໂລແມັດ, ລວມມີ 20 ແລວສາຍສົ່ງ ແລະ ປະກອບມີເສົາໄຟຟ້າແຮງສູງ 633 ຕົ້ນ ຜ່ານສະຖານີໄຟຟ້ານາໝໍ້ 1, ນາໝໍ້ 2, ນາແລ, ປາກມອງ 2, ແສນສຸກ, ຫຼວງພະບາງ 2, ກາສີ , ວັງວຽງ, ທ່າລາດ ແລະ ສະຖານີໄຟຟ້າໂຄກສະອາດ ໂດຍໃຊ້ເວລາການກໍ່ສ້າງ 2 ປີ ເພື່ອເຊື່ອມຕໍ່ກັບ 10 ສະຖານີຂັບເຄື່ອນລົດໄຟລາວ-ຈີນ (Traction Station) ຄື: ສະຖານີນາເຕີຍ, ນາທົ່ງ, ເມືອງງ່າ, ເມືອງໄຊ, ຫຼວງພະບາງ, ສາລາພູຄູນ, ກາສີ, ວັງວຽງ, ໂພນໂຮງ ແລະ ສະຖານີ ນະຄອນຫຼວງວຽງຈັນ . ນອກຈາກນີ້, ຍັງໄດ້ກໍ່ສ້າງຕາຂ່າຍໄຟຟ້າ 22 ກິໂລໂວນ ເພື່ອສະໜອງໃຫ້ແກ່ສະຖານີຜູ້ໂດຍສານ ມີທັງໝົດ 6 ສະຖານີ, ຕາຂ່າຍມີຄວາມຍາວທັງໝົດ 13 ກິໂລແມັດ ແລະ ຂະຫຍາຍເບ (Bay) ຢູ່ແຕ່ລະສະຖານີໄຟຟ້າຕື່ມອີກ ເຊິ່ງບັນດາໜ້າວຽກທັງໝົດທີ່ກ່າວມາຂ້າງເທິງນັ້ນ ແມ່ນໄດ້ຮັບການຈັດຕັ້ງປະຕິບັດສຳເລັດ 100%.

ໂຄງການທາງລົດໄຟລາວ-ຈີນ ນອກຈາກຈະເປັນສັນຍາລັກແຫ່ງການພົວພັນຮ່ວມມື ທີ່ມີລັກສະນະປະຫວັດສາດແຫ່ງການພັດທະນາໃນຍຸກ 4.0 ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນແລ້ວ, ຍັງເປັນເເລວທາງຍຸດທະສາດທີ່ສຳຄັນແຫ່ງໜຶ່ງຂອງໂລກ ທີ່ສາມາດເຊື່ອມຈອດ ລະຫວ່າງ ອາຊຽນ ກັບບັນດາປະເທດອາຊີຕາເວັນອອກ, ບັນດາປະເທດເອີຣົບ, ອາເມລິກາ ແລະ ອາຝຣິກາຕື່ມອີກ; ເປັນເສັ້ນທາງລົດໄຟຄວາມໄວສູງ ທີ່ມີໄລຍະທາງສັ້ນ ແຕ່ປະສິດທິພາບໃນການບໍລິການດ້ານການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າສູງ, ມີຄວາມສະດວກວ່ອງໄວ, ປະຢັດທັງເວລາ ແລະ ຄາໃຊ້ຈ່າຍຢ່າງຫຼວງຫຼາຍ ເມື່ອທຽບກັບເສັ້ນທາງການຂົນສົ່ງຮູບແບບອື່ນໆ; ພ້ອມກັນນີ້, ເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ຍັງເປັນການສະທ້ອນໃຫ້ເຫັນເຖິງເຈດຕະນາລົມອັນແຮງກ້າຂອງປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ທີ່ຍາມໃດກໍ່ມີຄວາມອົບເອື້ອອາລີ, ສາມັກຄີເປັນມິດກັບບັນດາປະຊາຊາດທີ່ຮັກຫອມສັນຕິພາບໃນທົ່ວໂລກ ເພື່ອນຳພາປະເທດຊາດອັນແສນຮັກຂອງຕົນ ເຊື່ອມໂຍງກັບສາກົນຢ່າງແໜ້ນແຟ້ນ ຕາມ 5 ຫຼັກການຢູ່ຮ່ວມກັນຢ່າງສັນຕິ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ສ້າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກາຍເປັນປະເທດໃຫ້ການບໍລິການດ້ານການທ່ອງທ່ຽວ ແລະ ການຂົນສົ່ງແຫ່ງໃໝ່ຢູ່ໃນພາກພື້ນ ແລະ ໃນໂລກ ເຮັດໃຫ້ ສປປລາວ ກາຍເປັນປະເທດມີລາຍຮັບປານກາງ ຫາ ສູງ ແລະ ນຳພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນ.

ໂຄງການທາງລົດໄຟລາວ-ຈີນ ມີຄວາມຍາວທັງໝົດ 1.035 ກິໂລແມັດ ໃນນີ້ນອນຢູ່ໃນດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມຍາວທັງໝົດ 400 ກວ່າກິໂລແມັດ, ລວມມູນຄາການລົງທຶນທັງໝົດ 37,45 ຕື້ຢວນ ຫຼືເທົ່າກັບ 5,9 ຕື້ໂດລາສະຫະລັດ (ອັດຕາແລກປ່ຽນປີ 2016), ໃນນີ້ 40% ເປັນເງິນຕົ້ນທຶນ ແລະ ອີກ 60% ເປັນເງິນກູ້ຢືມ ໂດຍບໍລີສັດທາງລົດໄຟລາວ-ຈີນ ຈຳກັດເປັນຜູ້ຈັດຕັ້ງປະຕິບັດໃນການກູ້ຢືມ ແລະ ສຳຫຼະຄືນ ພາຍໃຕ້ການຊີ້ນຳໂດຍກົງຂອງ ລັດຖະບານ ສອງປະເທດລາວ-ຈີນ. ພິທີເປີດການບໍລິການໃຫ້ນັກທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ຂອງໂຄງການທາງລົດໄຟລາວ-ຈີນ ທີ່ຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 1-3 ທັນວາ 2021 ທີ່ຜ່ານມາ ນອກຈາກຈະຢູ່ໃນຊ່ວງເວລາທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນກັບການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ ແລ້ວ, ຍັງເປັນປີທີ່ມີຄວາມໝາຍຄວາມສຳຄັນຂອງປະຊາຊົນສອງຊາດລາວ-ຈີນ ທີ່ຮ່ວມກັນສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຖານບ້ານໃກ້ເຮືອນຄຽງ, ເພື່ອນມິດທີ່ດີ ທີ່ສາຍພົວພັນການທູດຂອງສອງປະເທດ ໄດ້ຮັບເຊີດຊູ ແລະ ເສີມຂະຫຍາຍຂອງຜູ້ນຳຂອງສອງປະເທດຈາກລຸ້ນສູ່ລຸ້ນມາຢ່າງຍາວ ເຊິ່ງມາຮອປີ 2021 ນີ້ພໍດີກົງກັບວັນຄົບຮອບ 60 ປີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພັນການທູດລາວ-ຈີນ.
ໃນໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້, ຫ້ອງການກະຊວງ ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ຕະຫຼອດຮອດພະນັກງານ-ລັດຖະກອນ ແລະ ກຳມະກອນທົ່ວຂະແໜງການພະລັງງານ ແລະ ບໍ່ແຮ່ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ຜູ້ນຳພັກ-ລັດ ທີ່ຍາມໃດກໍ່ມີຄວາມເຊື່ອໝັ້ນ ແລະ ມອບໝາຍໜ້າທີ່ອັນສຳຄັນ ໃຫ້ຂະແໜງການພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ຂອງຕົນ ຢ່າງມີກຽດສະຫງ່າ ເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ອວຍພອນໃຫ້ສາຍພົວພັນ ລະຫວ່າງ ສອງປະເທດລາວ-ຈີນ ຈົ່ງຍືນຍົງທະນົງແກ່ນ ຕະຫຼອດກາລະນານ…
ແຫຼ່ງຂໍ້ມູນ: – ກົມຄຸ້ມຄອງພະລັງງານ
- ກົມແຜນການ ແລະ ການຮ່ວມມື
- ລັດວິສາຫະກິດໄຟຟ້າລາວ
- ເຟສບຸກ ວິທະຍຸສາກົນແຫ່ງປະເທດຈີນ (CRI)
ຮຽບຮຽງໂດຍ: ພະແນກ ພະແນກປະຊາສຳພັນ ແລະ ໄອທີ