ພາຍຫຼັງຮັບຟັງການລາຍງານສະພາບທີ່ພົ້ນເດັ່ນ ການຈັດຕັ້ງປະຕິບັດວຽກງານຂອງກົມໃນໄລຍະຜ່ານມາ, ທ່ານ ລັດຖະມົນຕີ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານພາຍໃນກົມໃນຫຼາຍດ້ານ ເປັນຕົ້ນແມ່ນດ້ານການເມືອງແນວຄິດ, ການຍົກສູງຄຸນນະພາບການຊີ້ນຳ-ນຳພາວຽກງານວິຊາສະເພາະ ໄປພ້ອມໆກັບການບຳລຸງ ແລະ ກໍ່ສ້າງພະນັກງານ, ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາ ວຽກງານຄວາມປອດໄພໂຄງການພະລັງງານໄຟຟ້າຈາກເຂື່ອນ, ພະລັງງານຄວາມຮ້ອນ, ບັນດາອຸປະກອນ ກົນຈັກ-ໄຟຟ້າ ພາຍໃນໂຮງໄຟຟ້າ ແລະ ສົ່ງເສີມວຽກງານແຜນຮັບມືກໍລະນີສຸກເສີນ; ສຶກສາ, ຄົ້ນຄວ້າ, ສ້າງ, ປັບປຸງ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ, ມາດຕະຖານເຕັກນິກ, ສູນຄວາມປອດໄພເຂື່ອນ, ຄໍາແນະນໍາ ວ່າດ້ວຍ ຄວາມປອດໄພອຸດສາຫະກໍາພະລັງງານ; ເຜີຍແຜ່, ຝຶກອົບຮົມ, ການຝຶກຊ້ອມ, ໃຫ້ຄໍາປຶກສາ, ຄຳແນະນຳ ກ່ຽວກັບ ມາດຕະຖານເຕັກນິກ, ຄຳແນະນຳ ວ່າດ້ວຍ ຄວາມປອດໄພຂອງເຂື່ອນ, ແຜນຮັບມືສຸກເສີນ ໃຫ້ຂັ້ນສູນກາງ ແລະ ທ້ອງຖິ່ນ; ຄຸ້ມຄອງ, ຕິດຕາມ, ກວດສອບ-ກວດກາ ການສຳຫລວດ, ອອກແບບ, ກໍ່ສ້າງ, ດໍາເນີນງານ, ຜູ້ພັດທະນາໂຄງການ, ບໍລິສັດທີ່ປຶກສາ, ໃນການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ, ມາດຕະຖານເຕັກນິກ ແລະ ບັນດາຄໍາແນະນຳ ວ່າດ້ວຍ ຄວາມປອດໄພຂອງເຂື່ອນ; ແຕ່ງຕັ້ງ ຫົວໜ້າວິສະວະກອນ ທີ່ຮັບຜິດຊອບ ສຳລັບການອອກແບບ, ການກໍ່ສ້າງ ແລະ ການດຳເນີນງານ; ຂຶ້ນທະບຽນ ປະເພດຄວາມສ່ຽງຂອງເຂື່ອນ ແລະ ອອກໜັງສືຮັບຮູ້ ຄວາມປອດໄພຂອງເຂື່ອນ; ເຮັດວຽກໂດຍກົງນໍາທີ່ປຶກສາເອກະລາດ, ຊ່ຽວຊານພາຍໃນ ແລະ ສາກົນ; ກວດສອບ ແລະ ກວດກາ ຄຸນນະພາບ ແລະ ມາດຕະຖານ ບັນດາອຸປະກອນ, ວັດສະດຸ ທີ່ຮັບໃຊ້ ການກໍ່ສ້າງ, ບໍາລຸງຮັກສາ ແລະ ກ່ອນມອບໂອນ ໂຄງການໃຫ້ລັດຖະບານ ຂອງໂຄງການອຸດ ສາຫະກຳພະລັງງານ; ປະສານສົມທົບ ແລະ ຮ່ວມມືກັບຂະແໜງການກ່ຽວຂ້ອງ ດ້ານຄວາມປອດໄພອຸດສາຫະກຳພະລັງ ງານ ແລະ ແຜນຮັບມືສຸກເສີນ ແລະ ອື່ນໆ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ