ບໍລິສັດບັນດາເຂື່ອນໄຟຟ້ານໍາອູໄດ້ຈັດພິທີສະເຫຼີມສະຫຼອງຜົນສຳເລັດການຜະລິດພະລັງງານໄຟຟ້າ

          ວັນທີ 13 ກໍລະກົດ 2022 ນີ້, ບໍລິສັດບັນດາເຂື່ອນໄຟຟ້ານໍາອູໄດ້ຈັດພິທີສະເຫຼີມສະຫຼອງຜົນສຳເລັດການຜະລິດພະລັງງານໄຟຟ້າໄດ້ເຖິງ 10 ຕື້ກິໂລວັດໂມງ ຢູ່ທີ່ສູນຄຸ້ມຄອງການດໍາເນີນງານ ແລະ ການບໍາລຸງຮັກສາເຂື່ອນໄຟຟ້າພະລັງນໍ້ານໍ້າອູ. ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງໆຫຼວງພະບາງ, ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ ແລະ ທ່ານ ບົວເທບ ມາໄລຄຳ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ຕາງໜ້າລັດຖະບານ ສປປລາວ. ຂະນະທີ່ຝ່າຍລັດຖະບານ ສປ ຈີນ ນຳໂດຍ ທ່ານ ຫຼີຈື້ກົງ ຫົວໜ້າກົງສູນໃຫຍ່ແຫ່ງ ສປ ຈີນ ປະຈໍາແຂວງຫຼວງພະບາງ. ພ້ອມກັນນີ້, ຍັງມີຜູ້ຕາງໜ້າບໍລິສັດເຂື່ອນໄຟຟ້ານໍ້າອູ ໂດຍແມ່ນ ທ່ານ ສົ້ງຫຸ້ຍຫົງ ຜູ້ອໍານວຍການໃຫຍ່ບໍລິສັດພາວເວີໄຊນາຣີສອດຈໍາກັດຜູ້ດຽວ, ຜູ້ອໍານວຍການໃຫຍ່ບໍລິສັດເຂື່ອນໄຟຟ້ານໍ້າຕົກຕາມລໍານໍ້າອູ, ຜູ້ອໍານວຍການໃຫຍ່ບໍລິສັດເຂື່ອນໄຟຟ້ານໍ້າງື່ມ5 ພ້ອມທັງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂໍ້ມູນໃຫ້ຮູ້ວ່າ: ໄຟຟ້າທີ່ສາມາດຜະລິດໄດ້ 10 ຕື້ກິໂລວັດໂມງນີ້ແມ່ນຜົນສໍາເລັດຈາກບັນດາເຂື່ອນໄຟຟ້ານໍ້າຕົກຕາມລໍານໍ້າອູ ທີ່ປະກອບມີ 7 ເຂື່ອນ ເຊິ່ງສ້າງຂຶ້ນໃນຮູບແບບຂັ້ນໄດ. ທ່ານ ສົ້ງຫຸ້ຍຫົງ ໄດ້ກ່າວວ່າ: ບໍລິສັດໄຟຟ້ານໍ້າອູ ໄດ້ໃຊ້ໄລຍະເວລາສິບປີກວ່າຈຶ່ງໄດ້ໝາກຜົນ. ບັນດາເຂື່ອນໄຟຟ້ານໍ້າຕົກແບບຂັ້ນໄດຕາມລໍານໍ້າອູ ໂດຍບໍລິສັດ PowerChina ໄດ້ລົງທຶນພັດທະນາຕາມຮູບແບບ BOT ດ້ວຍການນຳໃຊ້ຄວາມຮູ້ຄວາມສາມາດ ແລະ ຄວາມຊ່ຽວຊານ ເພື່ອພັດທະນາເຂື່ອນໄຟຟ້າ “8 ເຂື່ອນ 1 ສູນບັນຊາ” (ລວມທັງໂຄງການໄຟຟ້ານ້ຳງື່ມ 5) ລວມມີກໍາລັງຕິດຕັ້ງທັງໝົດ 1.392 ເມກາວັດ (MW) ກວມເອົາປະມານ 50% ຂອງໂຄງການເຂື່ອນໄຟຟ້າທີ່ການລົງທຶນກໍ່ສ້າງຈາກຈີນ.  ທ່ານ ກ່າວຕື່ມວ່າ: ໃນປະຈຸບັນຄວາມສາມາດການຜະລິດໄຟຟ້າຂອງເຂື່ອນດັ່ງກ່າວໄດ້ຮັບປະກັນຫຼາຍກວ່າ 12% ທີ່ເປັນການສະຫນອງໄຟຟ້າໃນປະເທດລາວ ການຜະລິດໄຟຟ້າກວມເອົາ 30% ຂອງການຊົມໃຊ້ໄຟຟ້າແຫ່ງຊາດໃນລະດູແລ້ງ.

ທ່ານຮອງເຈົ້າແຂວງໆ ຫຼວງພະບາງ ໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດພາວເວີໄຊນາຣີສອດຈຳກັດ (Powerchina resources limited) ທີ່ໄດ້ຊຸກຍູ້ ແລະອໍານວຍຄວາມສະດວກຕໍ່ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າຕາມລຳນໍ້າອູທັງ 7 ເຂື່ອນ ເຊິ່ງທັງໝົດນັ້ນ ແມ່ນໄດ້ເປັນການປະກອບສ່ວນ ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ເວົ້າລວມ,ກໍ່ຄືແຂວງຫລວງພະບາງ ເວົ້າສະເພາະ.

          ຂະນະທີ່ ທ່ານ ສົມພິດ ແກ້ວວິຈິດ ກ່າວວ່າ: ການພັດທະນາໂຄງການໄຟຟ້າຕາມສາຍນໍ້າອູ ຖືເປັນໂຄງການທີ່ມີຄວາມສໍາຄັນຕໍ່ກັບແຜນພັດທະນາພະລັງງານຂອງລັດຖະບານ ທີ່ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ຂອງປະເທດເຮົາ. ຜົນສໍາເລັດຂອງການພັດທະນາໂຄງການເຂື່ອນໄຟຟ້າທັງ 07 ແຫ່ງໃນສາຍນໍ້າອູຖືເປັນຜົນສໍາເລັດແຫ່ງການຂຸດຄົ້ນທ່າແຮງບົ່ມຊ້ອນດ້ານພະລັງງານຕາມສາຍນໍ້າດັ່ງກ່າວຢ່າງມີປະສິດທິຜົນ, ນໍ້າທຸກຢາດທຸກຢົດທີ່ໄຫຼ່ຜ່ານກັງຫັນ ຖືເປັນການສ້າງເມັດເງິນອັນມະຫາສານ ແລະ ສິ່ງປຸກສ້າງຂອງໂຄງການຍັງຈະກາຍເປັນຊັບສົມບັດອັນລໍ້າຄ່າຂອງຊາດ. ນອກຈາກການຜະລິດໄຟຟ້າ ສະໜອງເຂົ້າສູ່ລະບົບຂອງໄຟຟ້າລາວ ເພື່ອຮັບໃຊ້ເຂົ້າການພັດທະນາເສດຖະກິດ-ສັງຄົມແລ້ວ, ໂຄງການຍັງໄດ້ນໍາເອົາຜົນປະໂຫຍດປິນອ້ອມອັນມະຫາສານ ໃຫ້ແກ່ທ້ອງຖິ່ນອີກດ້ວຍເປັນຕົ້ນແມ່ນ: ການຕ້ານແລ້ງ, ຕ້ານຖ້ວມ, ການທ່ອງທ່ຽວ, ການປະມົງ, ການຄົມມະນາຄົມທາງນໍ້າ, ການສ້າງວຽກເຮັດງານທໍາ ແລະ ອື່ນໆ.