
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 3 ກຸມພາ 2022 ນີ້ ທີ່ຫ້ອງປະຊຸມ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ບຸນທຽມ ໄຊສົງຄາມ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ກວດກາພັກ-ລັດ ແຂວງ, ພະແນກພາຍໃນແຂວງ ພ້ອມດ້ວຍຮອງຫົວໜ້າພະແນກ ຕະຫຼອດຮອດຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນີ້ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນເຊື່ອມຊຶມບັນດາເອກະສານຕ່າງໆ ທີ່ຕິດພັນກັບການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ເປັນຕົ້ນແມ່ນມາດຖານ ຂອງພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາ ກ່ຽວກັບການດໍາເນີນການທາບທາມ ແລະ ການສະຫຼຸບລາຍງານ ຜົນການທາບທາມ ໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ໃນແຕ່ລະຂັ້ນຕອນຂອງການທາບທາມ ເພື່ອຮັບປະກັນໃຫ້ກອງປະຊຸມ ໄດ້ດຳເນີນໄປດ້ວຍຄວາມຖືກຕ້ອງ, ໂປ່ງໃສ, ພ້ອມທັງກຳນົດໄດ້ພະນັກງານນໍາພາ-ຄຸ້ມຄອງ ທີ່ມີຄຸນນະພາບ ຕາມມາດຖານ ທີ່ໄດ້ກຳນົດໄວ້. ໂອກາດດຽວກັນນີ້ ທ່ານ ບຸນທຽມ ໄຊສົງຄາມ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ກໍ່ໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ ຈົ່ງເອົາໃຈໃສ່ໃນການຄົ້ນຄວ້າ, ທາບທາມ ກຳນົດເອົາພະນັກງານນໍາພາ ທີ່ຕົນເຫັນວ່າມີເງື່ອນໄຂ, ມາດຖານຄົບຖ້ວນ ເພື່ອແນໃສ່ ສ້າງໃຫ້ໄດ້ເປົ້າໝາຍພະນັກງານນຳພາ-ຄຸ້ມຄອງ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິບັດ, ມີຄວາມຊື່ສັດບໍລິສຸດ ພ້ອມທັງມີຄວາມຮູ້ຄວາມສາມາດ ຮູ້ນໍາພາຈັດຕັ້ງປະຕິບັດວຽກງານການເມືອງຂອງພັກ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້. ຈາກນັ້ນ, ກອງປະຊຸມ ໄດ້ດໍາເນີນການທາບທາມແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ຮອບທີ 1 ແລະ ທີ 2 ຕາມແຕ່ລະຂັ້ນຕອນ.
ແຫຼ່ງຂ່າວ: ຈົດໝາຍຂ່າວໄຊສົມບູນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ