ປີ 2024 ລັດວິສາຫະກິດຖືຮຸ້ນລາວ ໄດ້ປະຕິບັດພັນທະອາກອນໃຫ້ ລັດຖະບານ 98.7 ລ້ານໂດລາສະຫະລັດ

          ຂໍ້ມູນດັ່ງກ່າວໄດ້ເປີດເຜີຍກອງປະຊຸມສະຫຼຸບປີ 2024 ທີ່ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ເມສາ 2025 ທີ່ໂຮງແຮມ Amari Vientiane, ໂດຍການ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ຈັນສະແຫວງ ບຸນຍົງ, ກຳມະການປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີຄະນະສະພາບໍລິຫານ ລຮລ, ຫ້ອງການ, ບັນດາກົມ ແລະ ສະຖາບັນຈາກ ກະຊວງພະລັງງານ ແລະ ບໍ່ແຮ່, ຕາງໜ້າກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ລັດວິສາຫະ ກິດໃນຂະແໜງພະລັງງານ ແລະ ບໍ່ແຮ່, ທະນາຄານ ແລະ ພະນັກງານ ລຮລ ເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລັດວິສາຫະກິດຖືຮຸ້ນລາວ ໄດ້ລາຍງານຜົນສໍາເລັດການດໍາເນີນ ທຸລະກິດ ປະຈໍາປີ 2024, ຊຶ່ງສາມາດສ້າງລາຍຮັບໄດ້ 75.99 ລ້ານໂດລາສະຫະລັດ ລື່ນແຜນປີ 28.50%, ທຽບໃສ່ປີ 2023 ເພີ່ມຂຶ້ນ 50.42%, ມີຜົນກໍາໄລ 49.45 ລ້ານໂດລາສະຫະລັດ ທຽບໃສ່ປີ 2023 ເພີ່ມຂຶ້ນ 126.17%. ນອກຈາກນີ້, ລຮລ ຍັງໄດ້ຊຳລະຕົ້ນທຶນ-ດອກເບັ້ຍຕາມສັນຍາກູ້ຢືມຕໍ່ໃຫ້ກະຊວງການເງິນ 53.08 ລ້ານ ໂດລາສະຫະລັດ, ປະຕິບັດພັນທະອາກອນຕ່າງໆ 8.22 ລ້ານໂດລາສະຫະລັດ ແລະ ຊຳລະໜີ້ເງິນກູ້ໃຫ້ທະນາຄານ ທຸລະກິດພາຍໃນປະເທດຕາມສັນຍາ, 4 ໂຄງການທີ່ ລຮລ ຮ່ວມຖືຮຸ້ນ ສາມາດຜະລິດໄຟຟ້າລວມກັນໄດ້ທັງໝົດ 21,687 ລ້ານກິໂລວັດໂມງ (kWh) ໃນນັ້ນມີ: ໂຄງການໄຟຟ້ານໍ້າເທີນ 2, ໂຄງການໄຟຟ້າຄວາມຮ້ອນຫົງສາ, ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ ແລະ ໂຄງການໄຟຟ້ານໍ້າງຽບ 1, ລວມລາຍຮັບຈາກການຂາຍໄຟຟ້າທັງໝົດ 1,289 ລ້ານໂດລາສະຫະລັດ, ລວມພັນທະທີ່ໄດ້ມອບໃຫ້ລັດຖະບານ 98.7 ລ້ານໂດລາສະຫະລັດ (ຄ່າພາກຫຼວງ 39.16 ລ້ານໂດລາສະຫະລັດ, ອາກອນກຳໄລ 42.79 ລ້ານໂດລາສະຫະລັດ ແລະ ຄ່າທໍານຽມແຮ່ທາດ 16.75 ລ້ານໂດລາສະຫະລັດ). ນອກຈາກນັ້ນ, ຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນ ປະຈຳປີ 2024.
 

          ສໍາລັບທິດທາງ-ແຜນການປີ 2025 ລຮລ ຈະພະຍາຍາມສູ້ຊົນໃຫ້ມີລາຍຮັບເພີ່ມຂຶ້ນ, ເອົາໃຈໃສ່ມອບ ພັນທະອາກອນຕ່າງໆໃຫ້ລັດຖະບານຢ່າງຄົບຖ້ວນ, ຄົ້ນຄ້ວາການເຂົ້າຮ່ວມລົງທຶນໃນໂຄງການໃໝ່ ໂດຍສະເພາະ ແມ່ນສຶກສາຄວາມເປັນໄດ້ໃນການຮ່ວມມືພັດທະນາໂຄງການພະລັງງານສະອາດກັບຕ່າງປະເທດຕື່ມອີກ. ຄຽງຄູ່ ກັນນີ້, ຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີທີ່ສຸດ ເພື່ອ ເປັນຫົວໜ່ວຍທຸລະກິດໜຶ່ງຂອງລັດທີ່ມີຄວາມເຂັ້ມແຂງ, ປະກອບສ່ວນສ້າງລາຍຮັບທີ່ໝັ້ນຄົງ, ມີກຳໄລຍືນຍົງ ເພື່ອສົ່ງມອບໃຫ້ລັດຖະບານນັບມື້ຫຼາຍຂຶ້ນຕາມ 5 ວິໄສທັດໃນການຄຸ້ມຄອງບໍລິຫານທຸລະກິດ “ລົງທຶນຢ່າງມີປະ ສິດທິຜົນ; ສ້າງຜົນກຳໄລໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້; ສ້າງຄວາມເຊື່ອຖືຈາກສະຖາບັນການເງິນສາກົນ ແລະ ຜູ້ ສະໜອງທຶນ; ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນຢ່າງຕໍ່ເນື່ອງ; ບໍລິຫານລາຍຮັບ ແລະ ລາຍຈ່າຍຢ່າງໂປ່ງໃສ”.

ພາບ-ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506