
ສະມາຄົມເຂື່ອນລາວ ໂດຍການສະໜັບສະໜູນຈາກອົງການເຮວເວດຕັດ ລາວ ຜ່ານໂຄງການຊ່ວຍເຫຼືອ ດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ ໄດ້ສໍາເລັດໃນການຈັດກອງປະຊຸມປະຈໍາປີ 2024 ແລະ ກອງປະຊຸມເຕັກນິກ ຄັ້ງທີ 7 ໃນລະຫວ່າງວັນທີ 19-20 ທັນວາ 2024 ຜ່ານມາ ທີ່ໂຮງແຮມຄຣາວ ພລາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ຄວາມປອດໄພຕ້ອງມາກ່ອນ: ປົກປ້ອງເຂື່ອນຂອງເຮົາ ເພື່ອສ້າງຫຼັກປະກັນອະນາຄົດຂອງເຮົາ” ທີ່ກອງປະຊຸມໄດ້ເນັ້ນໜັກເລື່ອງຄວາມປອດໄພຂອງເຂື່ອນເປັນບັນຫາສໍາຄັນທີ່ສຸດ ເປັນພື້ນຖານໃນການພັດທະນາແບບຍືນຍົງ ແລະ ການຄຸ້ມຄອງຄວາມສ່ຽງໃນຂະແໜງໄຟຟ້າພະລັງນ້ຳ.
ກອງປະຊຸມພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄໍາໂສ້ ກຸໂພຄໍາ, ຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຮສ. ປອ. ຄໍາປະເສີດ ເທບວົງສາ, ປະທານສະມາຄົມເຂື່ອນລາວ. ຜູ້ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງເຊັ່ນ: ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາການທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ຜູ້ປະກອບການເຂື່ອນໄຟຟ້າພະລັງນໍ້າຕ່າງໆ.
ໃນບັ້ນກອງປະຊຸມ ບໍລິສັດທີ່ປຶກສາດ້ານຄວາມປອດໄພຂອງເຂື່ອນໄຟຟ້າ, ໄດ້ນໍາສະເໜີຫົວຂໍ້: ການກວດກາ ແລະ ຕິດຕາມຄວາມປອດໄພເຂື່ອນ: ການກວດກາ ແລະ ຕິດຕາມຄວາມປອດໄພເຂື່ອນລ່ວງໜ້າ; ບໍລິສັດ CWE ໃນ ສປປ ລາວ ໄດ້ນໍາສະເໜີຫົວຂໍ້: ການປະເມີນ ແລະ ຄຸ້ມຄອງຄວາມສ່ຽງດ້ານຄວາມປອດໄພຂອງເຂື່ອນ: ລະບົບພະຍາກອນອຸທົກກະສາດ, ການຮັບປະກັນການດໍາເນີນງານດ້ານຄວາມປອດໄພຂອງເຂື່ອນ; ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ນໍາສະເໜີຫົວຂໍ້: ການກຽມພ້ອມຮັບມື ແລະ ຮັບມືກັບເຫດສຸກເສີນ: ການກຽມພ້ອມ ແລະ ຕອບໂຕ້ສຸກເສີນ: ນ້ຳເທີນ 2 ການກຽມພ້ອມລະດູຝົນ ແລະ ການດໍາເນີນງານ ແລະ ບໍາລຸງຮັກສາເຂື່ອນ: ການປະເມີນຄືນອຸທົກກະສາດ ແລະ ການປັບປຸງໂຄງສ້າງເຂື່ອນ – ກໍລະນີສຶກສາເຂື່ອນໄຟຟ້ານ້ໍາເທີນ 2.
ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລືກັນຢ່າງສ້າງສັນ ແລະ ແບ່ງເປັນຄວາມຮູ້ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ, ຄວາມກ້າວໜ້າທາງດ້ານເຕັກນິກ ແລະ ການຮ່ວມມືລະຫວ່າງຂະແໜງການ ເພື່ອແນໃສ່ເພີ່ມທະວີຄວາມປອດໄພ ແລະ ຄວາມທົນທານຂອງເຂື່ອນ. ກອງປະຊຸມດັ່ງກ່າວຖືເປັນເວທີອັນລໍ້າຄ່າສໍາລັບການແບ່ງປັນຄວາມຮູ້, ການສ້າງຄວາມເຂັ້ມແຂງ ແລະ ເພີ່ມທະວີການຮ່ວມມືກັນຂອງບັນດາພາກສ່ວນກ່ຽວຂ້ອງ.
ພາຍຫຼັງສິ້້ນສຸດກອງປະຊຸມ ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການໄປທັດສະນະສຶກສາຢູ່ເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍ ເພື່ອໃຫ້ເປັນເວທີການແລກປ່ຽນ ແລະ ຖອດຖອນບົດຮຽນທາງດ້ານວິຊາການ, ຊຸກຍູ້ການຮ່ວມມືດ້ານມາດຕະການຄວາມປອດໄພ ແລະ ການປັບປຸງໃນອະນາຄົດ.



