ທ່ານ ປອ ໄຊພອນ ບຸນຊູ ໄດ້ຮັບການແຕ່ງຕັ້ງເປັນວ່າການແທນຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ຄົນໃໝ່

          ພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2024 ນີ້. ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໆໄຊຍະບູລີ, ມີຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານຫຼັກແຫຼ່ງພະແນກລັງງານ ແລະ ບໍ່ແຮ່ແຂວງ ເຂົ້າຮ່ວມ.
         ໃນພິທີ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ເກົ່າ ໄດ້ລາຍງານຜົນງານການນຳພາໃນໄລຍະ ທີ່ດຳລົງຕຳແໜ່ງເປັນຫົວໜ້າ ໃນໄລຍະຜ່ານມາໄດ້ເຮັດໃຫ້ວຽກງານໃນຂົງເຂດຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ມີການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄ່ງລ່າງດ້ານໄຟຟ້າໄດ້ຮັບການປັບປຸງພັດທະນາຈາກຕົວເມືອງລົງສູ່ຊົນນະບົດ ເຊິ່ງມາຮອດປະຈຸບັນທົ່ວແຂວງໄດ້ຊົມໃຊ້ໄຟຟ້າໃນລະບົບຂອງໄຟຟ້າລາວ ຈໍານວນ 424 ບ້ານ ເທົ່າກັບ 98,60%, ມີຈໍານວນ 80.920 ຄອບຄົວ ເທົ່າກັບ 98,37% ຂອງຈໍານວນຄອບຄົວທັງໝົດ, ທຽບໃສ່ໄລຍະ 1 ປີຜ່ານມາ ເພີ່ມຂຶ້ນ 78 ຄອບຄົວ, ວຽກງານພັດທະນາແຫຼ່ງຜະລິດໄຟຟ້າທີ່ຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດໄດ້ມີການຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ ແລະ ອໍານວຍຄວາມສະດວກໃຫ້ນັກລົງທຶນທັງພາຍໃນ ແລະ ພາຍນອກປະຕິບັດໜ້າວຽກສໍາເລັດໃນແຕ່ລະໄລຍະ, ດ້ານວຽກງານບໍ່ແຮ່ມີໂຄງການຊອກຄົ້ນສໍາຫຼວດ ແຮ່ທາດຢູ່ພາຍໃນແຂວງເພີ່ມຂຶ້ນ ປະຈຸບັນມີໂຄງການທີ່ຂັ້ນສູນກາງອະນຸຍາດປະຕິບັດຢູ່ພາຍໃນແຂວງ ມີ 4 ບໍລິສັດ, ມີເນື້ອທີ່ສໍາປະທານ 758,15 ກິໂລຕາແມັດ ກວມເອົາ 4,6% ຂອງເນື້ອທີ່ຂອງແຂວງ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດແບບປົກກະຕິ ມີ 4 ໂຄງການ, ໂຄງການຂຸດຄົ້ນແຮ່ທາດແບບທົດລອງ 5 ບໍລິສັດ, ຂັ້ນແຂວງຄຸ້ມຄອງ ມີ 21 ບໍລິສັດຄື: ຂຸດຄົນແຮ່ມັງການ 1 ບໍລິສັດ, ຂຸດຄົນແຮ່ທາດຟູອໍຣາຍ 6 ບໍລິສັດ, ຂຸດຄົ້ນ ແລະ ປຸງແຕ່ງຫີນປູນ 14 ບໍລິສັດ; ຄຽງຄູ່ກັນນັ້ນ ຍັງໄດ້ເອົາໃຈໃສ່ໃນການຄຸ້ມຄອງບັນດາຫົວໜ່ວຍທຸລະກິດ ດ້ານໄຟຟ້າ ແລະ ດ້ານບໍ່ແຮ່ ເຄື່ອນໄຫວຖືກຕ້ອງຕາມລະບຽບ ແລະ ກົດໝາຍ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ-ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ.

          ຈາກນັ້ນກໍ່ໄດ້ມີພິທີລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຮ່ວມກັນຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ເກົ່າ ແລະ ທ່ານ ປອ ໄຊພອນ ບຸນຊູ ວ່າການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ໃໝ່ ໂດຍຊ່ອງໜ້າການເປັນສັກຂີ່ພິຍານຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ແລະ ບັນດາແຂກທີ່ເຂົ້າຮ່ວມ.

ພາບ ແລະ ຂ່າວ: ພບ ແຂວງໄຊຍະບູລີ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506