
ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດພິທີປະດັບຫຼຽນກາແຮງງານໃຫ້ແກ່ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ທີ່ມີຜົນງານໃນການປະກອບສ່ວນທຶນຮອນໃຫ້ແກ່ຫ້ອງວ່າການສູນກາງພັກ ມູນຄ່າ 1 ຕື້ກີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກ ແລະ ວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 68 ປີ; ພິທີປະດັບຫຼຽນດັ່ງກ່າວໄດ້ຈັດຂຶ້ນໃນ ວັນທີ 5 ກັນຍາ 2023 ນີ້ຢູ່ສຳນັກງານຫ້ອງວ່າການສູນກາງພັກ, ໃຫ້ກຽດປະດັບຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ແລະ ຕາງໜ້າບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ຂອງ ສະຫາຍ ນາງ ສິລິວັນ ປັດທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ເປັນຜູ້ກ່າວຮັບ ໂດຍມີຄະນະພັກ, ຄະນະນຳຂອງທັງສອງພາກສ່ວນເຂົ້!ຮ່ວມເປັນສັກຂີ່ພິຍານ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດ ວັງຕັດຂຸດຄົົ້ນບໍ່ແຮ່ ຈຳກັດ ທີ່ໄດ້ປະກອບສ່ວນທຶນຮອນເຂົ້າໃນວຽກງານລວມຂອງຫ້ອງວ່າການສູນກາງພັກ ກໍຄືເປັນການປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.
ແຫຼ່ງຂໍ້ມູນ: ປະຊາຊົນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
