ບໍລິສັດ THPC ຈັດກອງປະຊຸມບໍລິຫານຈັດການນ້ຳ ແລະ ຮັບມືກັບເຫດສຸກເສີນ

           ໃນຕອນບ່າຍຂອງວັນທີ 1 ກັນຍາ 2022 ຢູ່ທີ່ເຂື່ອນໄຟຟ້າ ເທີນ-ຫີນບູນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການບໍລິຫານຈັດການນ້ຳ ແລະ ການຮັບມືກັບເຫດສຸກເສີນຈາກປະລິມານນ້ຳທີ່ເພີ່ມຂຶ້ນໃນລະດູຝົນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ບົວເທບ ມາໄລຄຳ, ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ແລະ ທ່ານ ຄຳແຫວນ ປັນຍານຸວົງ, ຮອງເຈົ້າແຂວງບໍລິຄຳໄຊ, ປະທານຄຸ້ມຄອງໄພພິບັດຂັ້ນແຂວງ. ໂດຍມີການເຂົ້າຮ່ວມຂອງທ່ານ ເຈົ້້າເມືອງ, ຮອງເຈົ້າເມືອງຄໍາເກີດ, ຕາງໜ້າຈາກສະມາຄົມເຂື່ອນລາວ, ບັນດາອົງການປົກຄອງບ້ານ 9 ບ້ານທີ່ຢູ່ລຸ່ມເຂື່ອນ, ຄະນະອໍານວຍການ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC), ແລະ ບໍລິສັດໄຟຟ້ານໍ້າເທີນ 1 ຈຳກັດ ເຂົ້າຮ່ວມ. ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ THPC ໄດ້ລາຍງານສະພາບການກັກເກັບນ້ຳ ແລະ ການບໍລິຫານຈັດການນ້ຳຂອງເຂື່ອນນ້ຳຍ້ວງ ແລະ ເຂື່ອນເທີນ-ຫີນບູນໃນສົກປີ 2022 ເຊີ່ງມາຮອດປະຈຸບັນ ລະດັບນໍ້າໃນອ່າງກັກເກັບນໍ້າ ນໍ້າຍ້ວງຂອງບໍລິສັດແມ່ນຍັງຢູ່ໃນລະດັບຕໍ່າ, ຍັງສາມາດບັນຈຸປະລິມານນໍ້າໄດ້ຫຼາຍ, ຍັງບໍ່ມີການປ່ອຍນໍ້າອອກຈາກເຂື່ອນ ແລະສະພາບເຂື່ອນມີຄວາມປອດໄພສູງ.

           ບໍລິສັດ THPC ຍາມໃດກະໃຫ້ຄວາມສໍາຄັນຕໍ່ຄວາມປອດໄພຕໍ່ຊີວິດ ແລະ ສັບສິນຂອງພໍ່ແມ່ປະຊາຊົນທີ່ອາໃສຢູ່ຕາມລ່ອງນ້ຳ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການແຈ້ງເຕືອນທີ່ເປັນລະບົບໃຫ້ແກ່ປະຊາຊົນຮັບຮູ້ ແລະ ກະກຽມຄວາມພ້ອມກ່ອນໃນກໍລະນີທີ່ຈະມີການປ່ອຍນ້ຳອອກຈາກເຂື່ອນ ໂດຍປະຕິບັດໃຫ້ຖຶກຕ້ອງຕາມນິຕິກໍາທີ່ທາງລັດຖະບານປະກາດໃຊ້, ນອກຈາກນັ້ນໃນທຸກໆປີກ່ອນຮອດລະດູຝົນ ບໍລິສັດໄດ້ຈັດກອງປະຊຸມປະຊາສຳພັນເພື່ອເຕືອນສະຕິໃຫ້ພໍ່ແມ່ປະຊາຊົນມີຄວາມລະມັດລະວັງ ແລະ ມີສະຕິໃນການເຮັດກິດຈະກຳທາງນ້ຳໃນລະດູຝົນ.

ບໍລິສັດ THPC ໄດ້ຮັບອະນຸຍາດໃຫ້ພັດທະນາໂຄງການເທີນຫີນບູນໃນປີ 1994 ແລະ ເລີ່ມທຳການຜະລິດໄຟຟ້າໃນປີ 1998. ເນື່ອງຈາກຄວາມຕ້ອງການທາງດ້ານພະລັງງານຢູ່ພາຍໃນ ແລະ ປະເທດອ້ອມຂ້າງເພີ່ມຂຶ້ນ, ບໍລິສັດ THPC ໄດ້ເລີ່ມທຳການສຳຫຼວດໂຄງການເທີນ-ຫີນບູນ ພາກຂະຫຍາຍ ເຊິ່ງໄດ້ລົງມືກໍ່ສ້າງໃນປີ 2009 ແລະ ສຳເລັດໃນປີ 2012. ເລີ່ມແຕ່ການກໍ່ສ້າງໂຄງການ ເທີນ-ຫີນບູນ ພາກຂະຫຍາຍ ສຳເລັດເປັນຕົ້ນມາ ກຳລັງການຕິດຕັ້ງຂອງເຂື່ອນໄຟຟ້າ ເທີນ-ຫີນບູນ ເພີ່ມຂຶ້ນຈາກ 220 ເມກາວັດ ມາເປັນ 520 ເມກາວັດ.

ພາບ ແລະ ແຫຼ່ງຂໍ້ມູນ: ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ