ແຂວງສາລະວັນ ໄດ້ຈັດພິທີເປີດການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ

ວັນທີ 24 ກຸມພາ 2024 ຜ່ານມານີ້, ບໍລິສັດ ເຊເສັດ-ຫ້ວຍຕະປຸງ ພາວເວີ ຈໍາກັດ ແລະ ກຸ່ມບໍລິສັດ ໂຊກພູນຊັບ ອິນເຕີມາຍນິງ ຈໍາກັດ ໃນນາມຄູ່ຮ່ວມພັດທະນາໂຄງການ, ພ້ອມດ້ວຍການນໍາຂອງແຂວງສາລະວັນ ແລະການນໍາເມືອງວາປີ, ໄດ້ຮ່ວມກັນຈັດພິທີວາງສີລາລຶກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ຢູ່ຢູ່ສໍານັກງານຫ້ອງການພາກສະໝາມຂອງບໍລິສັດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ທ່ານ ນາງ ສຸກສະຫັວນ ຄໍາສະຫວັນສຸກ ປະທານ ບໍລິສັດ ເຊເສັດ-ຫ້ວຍຕະປຸງ ພາວເວີ ຈໍາກັດ, ທ່ານ ຢາດອາລຸນ ລໍວັນໄຊ ປະທານກຸ່ມບໍລິສັດ ໂຊກພູນຊັບ ອິນເຕີມາຍນິງ ຈໍາກັດ. ນອກຈາກນີ້, ຍັງ ທ່ານ ເຈົ້າເມືອງໆວາປີ, ມີຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງວາປີ, ເມືອງສາລະວັນ, ພຣະເຖລານຸເຖລະ ພ້ອມດ້ວຍຄູ່ຮ່ວມພັດທະນາໂຄງການ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ໄດ້ທໍາພິທີທາງສາສະໜາ ໄດ້ມີການໄຕ້ທຽນໄຊ, ສູດໄຊຍະມຸງຄຸນ, ໄຫວ້ສັງກະລະບູຊາເຈົ້າທີ່ ດ້ວຍເຄື່ອງໄຊຍະທານຕ່າງໆ, ເພື່ອເປັນສີລິມຸງຄຸນ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການພັດທະນາຂອງໂຄງການດັ່ງກ່າວ, ທ່ານ ນາງ ສຸກສະຫັວນ ຄໍາສະຫວັນສຸກ ປະທານ ບໍລິສັດ ເຊເສັດ-ຫ້ວຍຕະປຸງ ພາວເວີ ຈໍາກັດ ແລະ ທ່ານ ຄໍາຫຼ້າ ດວງພະສຸກ ປະທານ ບໍລິສັດ ດວງພະສຸກ ໃນນາມຄູ່ຮ່ວມພັດທະນາໂຄງການ ໄດ້ໃຫ້ຮູ້ວ່າ: ໂຄງການເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ແມ່ນໄດ້ສຶກສາສໍາຫຼວດຄວາມເປັນໄປໄດ້, ເຫັນວ່າມີຄວາມຖືກຕ້ອງທາງດ້ານເສດຖະກິດ-ເຕັກນິກ ແລະ ເງື່ອນໄຂອື່ນໆ, ມີກໍາລັງຕິດຕັ້ງ 13 ເມກາວັດ, ໂຄງການດັ່ງກ່າວໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ MOU ໃນຄັ້ງວັນທີ 24 ກຸມພາ 2011, ແລະ ໄດ້ຮ່ວມເຊັນສັນຍາກັບບັນດາໂຄງການຕ່າງໆ ເປັນຕົ້ນ: ສັນຍາການພັດທະນາໂຄງການ, ສັນຍາຄຸ້ມຄອງໂຄງການ, ສັນຍາຊື້-ຂາຍໄຟຟ້າ ແລະ ອື່ນໆ. ແລະມາໃນວັນທີ 2 ກຸມພາ 2024 ບໍລິສັດເຊເສັດ-ຫ້ວຍຕະປຸງ ພາວເວີ ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ກັບກຸ່ມບໍລິສັດໂຊກພູນຊັບ ອິນເຕີມາຍນິ້ງ ຈຳກັດ ເພື່ອເປັນຄູ່ຮ່ວມທຸລະກິດໃນການພັດທະນາເຂື່ອນໄຟຟ້າເຊເສັດ-ແກ້ງຊັນ.

ພາຍຫຼັງສໍາເລັດການວາງສີລາລຶກແລ້ວ, ໃນໄລຍະປີ 2024-2025 ນີ້ ທາງໂຄງການກໍ່ຈະໄດ້ລົງມືສືບຕໍ່ຈັດຕັ້ງປະຕິບັດການກໍ່ສ້າງ ໃຫ້ສໍາເລັດຕາມກອບວຽກທີ່ວາງໄວ້ ເປັນຕົ້ນ: ການກໍ່ສ້າງຫົວງານຝາຍນໍ້າລົ້ນ, ກໍ່ສ້າງຄອງສົ່ງນໍ້າ ແຕ່ຫົວງານໄປຫາອ່າງພັກນໍ້ານອນ ແລະ ກໍ່ສ້າງຫ້ອງການພາກສະໝາມ, ຖ້າຫາກວ່າໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ແຫ່ງນີ້ສໍາເລັດແລ້ວ, ແຂວງສາລະວັນຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ ເປັນຕົ້ນ: ຊ່ວຍປະຊາຊົນໄດ້ມີວຽກເຮັດງານທໍາ, ຈານນັ້ນໃນຕອນທ້າຍ ການນໍາຂອງແຂວງ, ເມືອງ ພ້ອມດ້ວຍ ບໍລິສັດ ແລະ ຄູ່ຮ່ວມພັດທະນາໂຄງການ, ກໍ່ໄດ້ຮ່ວມກັນວາງສີລາລືກ, ລັ່ນຄ້ອງ, ປ່ອຍໝາກປຸມເປົ້າ, ເພື່ອເປີດໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ຢູ່ເມືອງວາປີ ແຂວງສາລະວັນ ຢ່າງເປັນທາງການ.

ແຫຼ່ງຂ່າວ: ໜັງສືພິມ ສາລະວັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506