ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ຊີ້ແຈງ ການສຳຫຼວດ ແລະ ຄຸງຄອງການຂຸດຄົ້ນແຮ່ທາດ.

          ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ3 ຂອງສະພາປະຊາຊົນແຂວງ ຊຸດທີ II, ຕອນເຊົ້າວັນທີ 11 ສິງຫາ 2022 ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ໄດ້ຊີ້ແຈງ ກ່ຽວກັບການສໍາຫຼວດຄຸ້ມຄອງການຂຸດຄົ້ນແຮ່ທາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ບັນດາໂຄງການທີ່ສູນກາງ-ທ້ອງຖິ່ນອະນຸມັດພາຍໃນແຂວງໄຊຍະບູລີ. ທ່ານ ກ່າວວ່າ: ປະຈຸບັນມີໂຄງການລົງທຶນດ້ານທໍລະນີສາດ ແລະ ບໍ່ແຮ່ ຢູ່ແຂວງໄຊຍະບູລີ ທັງໝົດ 26 ບໍລິສັດ ໃນນີ້ຂັ້ນສູນກາງຄຸ້ມຄອງມີ 9 ບໍລິສັດ. ໃນຈໍານວນ 9 ບໍລິສັດ ມີໂຄງການແບບປົກກະຕິ 5 ບໍລິສັດ ແລະ ແບບທົດລອງ 4 ບໍລິສັດ ໃນ 4 ບໍລິສັດ ມີແຮ່ເຫຼັກ 2 ບໍລິສັດ ເຊັນສັນຍາແລ້ວ 1 ບໍລິສັດ ແລະ ຍັງບໍ່ທັນເຊັນສັນຍາແຕ່ມອບພັນທະລ່ວງໜ້າ ແລະ ໄດ້ມອບໃບມອບສິດແລ້ວ 1 ບໍລິສັດ; ແຮ່ຄໍາຕົກຂ້ອນ 2 ບໍລິສັດ. ສໍາລັບ 5 ບໍລິສັດແມ່ນໂຄງການທີ່ດໍາເນີນແບບປົກກະຕິ ໃນນີ້ ມີ 3 ບໍລິສັດຢູ່ໃນໄລຍະຊອກຄົ້ນສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ 2 ບໍລິສັດຢູ່ໃນໄລຍະຂຸດຄົ້ນ.

          ສໍາລັບໂຄງການທ້ອງຖິ່ນຄຸ້ມຄອງມີ 17 ບໍລິສັດ ສ່ວນຫຼາຍແມ່ນການຂຸດຄົ້ນຫີນປູນຮັບໃຊ້ການກໍ່ສ້າງເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ. ພ້ອມນີ້ ຍັງມີບໍລິສັດຂຸດຄົ້ນແຮ່ທາດຟູອໍລາຍຈໍານວນໜຶ່ງເຊິ່ງສະແດງອອກ 6 ເດືອນຕົ້ນປີ 2022 ສາມາດຂຸດຄົ້ນຖ່ານຫີນໄດ້ທັງໝົດ 4,99 ລ້ານໂຕນ, ຂຸດຄົ້ນຫີນປູນໄດ້ທັງໝົດ 269.053 ໂຕນ ສາມາດຈໍາໜ່າຍຫີນປູນໄດ້ທັງໝົດ 240.915 ໂຕນ. ໃນນີ້ ສະໜອງໃຫ້ໂຄງການໄຟຟ້າຫົງສາຈໍານວນ 89.340 ໂຕນ ຈໍາໜ່າຍທົ່ວໄປຢູ່ພາຍໃນຈໍານວນ 12.345 ໂຕນ ແລະ ສົ່ງອອກຕ່າງປະເທດຈໍານວນ 139.230 ໂຕນ.

           ທ່ານ ຫົວໜ້າພະແນກ ຍັງກ່າວຕື່ມວ່າ: ຕໍ່ການຄຸ້ມຄອງສໍາຫຼວດ ແລະ ຂຸດຄົ້ນແຮ່ທາດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມນັ້ນຕາມປົກກະຕິແລ້ວ ພວກເຮົາໄດ້ຄຸ້ມຄອງຕາມຂະແໜງການ, ຄຸ້ມຄອງຕາມພາລະບົດບາດ, ຕາມສິດ ແລະ ໜ້າທີ່ຂອງຕົນ ເປັນຕົ້ນຂະແໜງການພະລັງງານ ແລະ ບໍ່ແຮ່ ແມ່ນຄຸ້ມຄອງດ້ານເຕັກນິກການສໍາຫຼວດ ແລະ ຂຸດຄົ້ນເປັນຫຼັກສ່ວນການຄຸ້ມຄອງດ້ານສິ່ງແວດລ້ອມແມ່ນຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຄຸ້ມຄອງຕາມພາລະບົດບາດ. ແຕ່ເຖິງຢ່າງໃດກໍ່ຕາມສໍາລັບຂະແໜງການ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ເອົາໃຈໃສ່ເປັນໃຈກາງໃນການປະສານສົມທົບ ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງລວມທັງບໍລິສັດ ແລະ ອົງການປົກຄອງທ້ອງຖິ່ນທີ່ໂຄງການຕັ້ງຢູ່ໃນການຈັດຕັ້ງປະຕິບັດວຽກງານປົກປັກຮັກສາສິ່ງແວດລ້ອມໃນຂະແໜງການບໍ່ແຮ່ ເປັນຕົ້ນ ແມ່ນປະສານສົມທົບ ແລະ ເຂົ້າຮ່ວມການເກັບກໍາຂໍ້ມູນຜົນກະທົບຕໍ່ທີ່ດິນທໍາການຜະລິດ ແລະ ຊັບສິນຂອງປະຊາຊົນ. ນອກຈາກນີ້ ກໍ່ໄດ້ຕິດຕາມຢູ່ພາກສະໜາມຂຸດຄົ້ນຖ້າເຫັນວ່າມີຜົນກະທົບກໍ່ໄດ້ມີການຕັກເຕືອນ ແລະ ປະສານກັບພາກສ່ວນທີ່ກ່ຽວຂ້ອງເພື່ອຫາວິທີແກ້ໄຂ.

ພາບ ແລະ ແຫຼ່ງຂ່າວ: News.XBL
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ