ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ພົບປະຄະນະພັກ, ຄະນະນຳ ແລະ ພະນັກງານ-ຫຼັກແຫຼ່ງຢູ່ ກະຊວງ ພະລັງງານ ແລະ ບໍ່ແຮ່

          ຕອນເຊົ້າວັນທີ 7 ກັນຍາ 2022 ນີ້ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5 ກະຊວງ ພະລັງງານ ແລະ ບໍ່ແຮ່ ຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ຮສ ປອ ລິນຄໍາ ດວງສະຫວັນ ກຳມະການສຳຮອງສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກໍາມະທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍໄດ້ຮັບການຕ້ອນຮັບ ແລະ ລາຍງານຫຍໍ້ກ່ຽວກັບສະພາບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ຂອງ ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະພັກ, ຄະນະນຳ ແລະ ພະນັກງານ-ຫຼັກແຫຼ່ງຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະນຳຂອງສະພາແຫ່ງຊາດເວົ້າລວມ, ເວົ້າສະເພາະຕໍ່ຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທີ່ໄດ້ລົງມາພົບປະ, ຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງ ພະລັງງານ ແລະ ບໍ່ແຮ່. ພ້ອມກັນນິີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ. ພາຍໃຕ້ການຊີ້ນຳຂອງພັກ ແລະ ລັດຖະບານ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ເປັນເສນາທິການໃຫ້ແກ່ ລັດຖະບານ ກ່ຽວກັບການຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາ ອຸດສາຫະກໍາໄຟຟ້າ ແລະ ບໍ່ແຮ່ ຕະຫຼອດໄລຍະຜ່ານມາ ໄດ້ມີຜົນສໍາເລັດ ແລະ ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ, ຕໍ່ເນື່ອງ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມຂອງປະເທດຊາດ. ໃນນີ້, ການພັດທະນາອຸດສາຫະກໍາພະລັງງານ ແລະ ບໍ່ແຮ່ ແມ່ນເລັ່ງໃສ່ : ການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ, ການພັດທະນາລະບົບສາຍສົ່ງ ແລະ ການພັດທະນາບັນດາໂຄງການທາງດ້ານແຮ່ທາດ ເພື່ອຮັບໃຊ້ພາຍໃນ ແລະ ການສົ່ງອອກຕ່າງປະເທດ.

          ໃນນີ້ສະພາບທີ່ພົ້ນເດັ່ນກວ່າໝູ່ແມ່ນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້ານັບແຕ່ປີ 1970 ຮອດປະຈຸບັນ ເຫັນໄດ້ວ່າ ມີຈັງຫວະການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເລ່ຍ ປະມານ 17%/ປີ. ມາຮອດປັດຈຸບັນ ສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດປະມານ 56.027,27 GWh/ປີ ໃນນັ້ນແຫຼ່ງຜະລິດໄຟຟ້າມາຈາກເຂື່ອນໄຟຟ້າພະລັງງານນໍ້າກວມເອົາ 81,33%, ມີ 77 ເຂື່ອນ ມາຈາກພະລັງງານໄຟຟ້າຖ່ານຫີນ 17,14%. ນອກຈາກນີ້, ຍັງມີພະລັງງານຊີວະມວນກວມເອົາ 0,51% ແລະ ພະລັງງານແສງຕາເວັນ 1,02%. ສ່ວນວຽກງານທໍລະນີສາດ ແລະ ບໍ່ແຮ່ ກໍ່ມີທ່າຂະຫຍາຍຕົວເຊັ່ນກັນຄື: ມີບໍລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນ, ສໍາຫຼວດ, ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດເຕັກນິກ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບປົກກະຕິ ມີທັງໝົດ 230 ບໍລິສັດ ໃນນັ້ນ: ຂະແໜງທໍລະນີສາດແຮ່ທາດຄຸ້ມຄອງ ມີ 105 ບໍລິສັດ 124 ກິດຈະການ ແລະ ຂະແໜງບໍ່ແຮ່ຄຸ້ມຄອງ ມີ 125 ບໍລິສັດ, 205 ກິດຈະການ ປະກອບມີ: ບໍລິສັດ ທີ່ກໍາລັງດໍາເນີນວຽກງານສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ມີ 42 ບໍລິສັດ 60 ກິດຈະການ; ບໍລິສັດ ທີ່ລັດຖະບານອະນຸມັດໂຄງການສຳປະທານຂຸດຄົ້ນທົ່ວໄປ 83 ບໍລິສັດ 145 ກິດຈະການ.

          ຈາກນັ້ນ, ທ່ານ ຮສ ປອ ລິນຄໍາ ດວງສະຫວັນ ກຳມະການສຳຮອງສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກໍາມະທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ໄດ້ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX. ບາງຕອນ ທ່ານ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນແຕ່ວັນທີ 13 ມິຖຸນາ ຫາ 8 ກໍລະກົດ 2022 ໂດຍເປັນ ປະທານ ຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະປະທານ, ບັນດາສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນຕ່າງໆເຂົົ້າຮ່ວມ ເຊິື່ງໄດ້ພິຈາລະນາບັນຫາສໍາຄັນຂອງຊາດ ດັ່ງນີ້: 1. ພິຈາລະນາ, ຮັບຮອງເອົາບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022; 2. ຮັບຟັງການລາຍງານ ຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; 3. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຄື : ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍ ຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ; 4. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ; 5. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19; 6. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ໂດຍສະເພາະການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນ ທຸກສາຍ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກໍາ; 7. ຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະ ການແກ້ໄຂການລະເມີດກົດໝາຍໃນການພາຕົວ, ກັກຕົວ, ຈັບຕົວ ແລະ ການກັກຂັງພາງທີ່ບໍ່ຖືກຕ້ອງຕາມກົດໝາຍ; 8. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງຄະນະປະຈໍາ ສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ແຜນ ການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມກວດກາວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມ ກວດກາຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ; 9. ພິຈາລະນາ, ຮັບຮອງເອົາກົດໝາຍໃໝ່ ແລະ ປັບປຸງທັງໝົດ 9 ສະບັບ; 10. ການພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງປະທານອົງການກວດສອບແຫ່ງລັດ, ຮັບຮອງເອົາການສະເໜີແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ