ກອງປະຊຸມ ສະມາຄົມມິດຕະພາບ ປະຊາຊົນກັບປະຊາຊົນ ອາຊຽນ-ຈີນ ຄັ້ງທີ 13

          ໃນວັນທີ 30 ມີຖຸນາ 2022, ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະມາຄົມມິດຕະພາບປະຊາຊົນກັບປະຊາຊົນ ອາຊຽນ-ຈີນ ຄັ້ງທີ່ 13 ຜ່ານລະບົບວີດີໂອທາງໄກ (video conference) ພາຍໃຕ້ຫົວຂໍ້ “ ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງຮ່ວມກັນ ແລະ ດໍາລົງຊີວິດຢ່າງປອດໄພຕາມວິຖີການດໍາລົງຊີວິດແບບໃໝ່ ” ໂດຍການເປັນເຈົ້າພາບຂອງສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ, ເຊິ່ງມີທ່ານ ປອ ສີນາວາ ສຸພານຸວົງ ຮອງປະທານສະມາຄົມມາຄົມມິດຕະພາບລາວ-ຈີນ ແລະ ບັນດາຜູ້ແທນ ຈາກສະມາຄົມມິດຕະພາບ ຈີນ-ອາຊຽນ, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ແລະ ບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ປອ. ເພັດ ພົມພີພັກ, ກຳມະການສູນກາງພັກ,
ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ໄດ້ກ່າວຕ້ອນຮັບຄະນະຜູ້ແທນກອງປະຊຸມ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ຫຼັງຈາກນັ້ນ ຫົວໜ້າຄະນະຜູ້ແທນຈາກບັນດາປະເທດອາຊຽນກໍ່ຄືບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນແລກປ່ຽນ ແລະ ປຶກສາຫາລືລົງເລິກໃນຫົວຂໍ້ສະເພາະທີ່ໄດ້ກໍານົດໄວ້. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືທິດທາງການຮ່ວມມືຂອງສະມາຄົມມິດຕະພາບ ລະຫວ່າງ ອາຊຽນ-ຈີນ ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດ COVID – 19 ເພື່ອໃຫ້ປະຊາຊົນໃນບັນດາປະເທດອາຊຽນ ແລະ ຈີນ ມີຄວາມປອດໄພຈາກພະຍາດ COVID-19 ແລະ ຟື້ນຟູການໄປມາຫາສູ່ກັນໃຫ້ເປັນປົກກະຕິ. ພ້ອມນັ້ນ, ຍັງໄດ້ຕີລາຄາການຈັດຕັ້ງປະຕິບັດ, ການເຄື່ອນໄຫວວຽກງານຂອງສະມາຄົມມິດຕະພາບໃນໄລຍະຜ່ານມາພ້ອມທັງປຶກສາຫາລືກ່ຽວກັບບັນດາ
          ແຜນການກໍ່ຄືກົນໄກການຮ່ວມມືໃນຕໍ່ໜ້າ ເພື່ອປະກອບສ່ວນເສີມສ້າງມິດຕະພາບ ແລະ ການຮ່ວມມືຕ້ານພະຍາດ COVID-19 ໃນບັນດາປະເທດອາຊຽນ ແລະ ຈີນ, ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານທີ່ຍືນຍົງ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາຮ່ວມກັນຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ອາຊຽນ-ຈີນ, ຈີນ-ອາຊຽນ. ໃນກອງປະຊຸມຫົວໜ້າຄະນະຜູ້ແທນຈາກບັນດາປະເທດອາຊຽນ ແລະ ຈີນ ກໍ່ໄດ້ຜັດປ່ຽນກັນປະກອບຄຳເຫັນຢ່າງສ້າງສັນ ແລະ ພ້ອມກັນປຶກສາຫາລືບັນດາແຜນການ ກໍ່ຄືແຜນການເຄື່ອນໄຫວໃນຕໍ່ໜ້າ ຂອງ ວຽກງານສະມາຄົມມິດຕະພາບ ຈີນ-ອາຊຽນ, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ແລະ ບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ພັດທະນາການພົວພັນຮ່ວມມືດ້ານການທູດປະຊາຊົນໃຫ້ນັບມື້ມີບົດບາດ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ອາຊຽນ ແລະ ຈີນ.
          ກອງປະຊຸມໄດ້ເປັນເອກະພາບອອກຖະແຫຼງການຮ່ວມທິດທາງແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ແລະ ຈີນ-ອາຊຽນ, ເຊິ່ງເນື້ອໃນສໍາຄັນແມ່ນເວົ້າເຖິງການພົວພັນຮ່ວມມືເພື່ອຮ່ວມກັນຕ້ານ ແລະ ສະກັດກັ້ນການແຜ່ລະຂອງພະຍາດ COVID – 19, ການຮ່ວມມືຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ,ໂຄງການ “ຂໍລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” ແລະ ແຜນແມ່ບົດວ່າດ້ວຍການເຊື່ອມໂຍງອາຊຽນ ໃນປີ 2025, ສ້າງກົນໄກສືບຕໍ່ຕິດຕາມ, ຊຸກຍູ້ໃຫ້ມີການຮ່ວມມືລະຫວ່າງປະເທດ 3 ລະດັບ (1. ຂັ້ນນະຄອນຫຼວງ ຫຼື ແຂວງຕ່າງໆ, 2. ຂັ້ນເມືອງ ຂອງ ຈີນ-ອາຊຽນ ແລະ 3. ຂັ້ນໂຮງຮຽນ ຫຼື ໂຮງໝໍ) ເພື່ອ
          ສະໜັບສະໜູນໃຫ້ບັນດານະຄອນຫຼວງ ຫຼື ແຂວງຕ່າງໆ, ເມືອງ, ໂຮງຮຽນ ຫຼື ໂຮງໝໍຂອງຈີນ ແລະ ບັນດາປະເທດອາຊຽນ ມີການສ້າງມິດຕະພາບນຳກັນໃຫ້ນັບມື້ຫຼາຍຂຶ້ນ ກອງປະຊຸມ ໃນຄັ້ງນີ້ແມ່ນລາວເປັນເຈົ້າພາບຕາມການໝູນວຽນ. ໃນຕອນທ້າຍກອງປະຊຸມ ທ່ານ ປອ. ເພັດ ພົມພີພັກ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ກໍ່ໄດ້ມອບທຸງໃຫ້ສະມາຄົມມິດຕະພາບ ມາເລເຊຍ-ຈີນ ທີ່ຈະໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະມາຄົມມິດຕະພາບ ລະຫວ່າງປະຊາຊົນກັບປະຊາຊົນ ອາຊຽນ-ຈີນ ຄັ້ງທີ 14 ໃນປີ 2024.
ພາບ: ວຽງສະຫວັນ ປຣະດິດ
ແຫຼ່ງຂໍ້ມູນ: ຄະນະພົວພັນຕ່າງປະເທດສູນກາງພັກ