ເຜີຍ​ແຜ່​ສັນ​ຍາ​ສຳ​ປະ​ທານ​ພັດ​ທະ​ນາ ແລະ ສົ່ງ​ອອກບໍ່​ແຮ່ (ແຮ່​ເຫຼັກ) ຢຸ່​ແຂວງ ຄຳ​ມ່ວນ

  ໃນ​ວັນ​ທີ 28 ມັງກອນ 2022 ທີ່​ຜ່ານ​ມານີ້, ທີ່​ຫ້ອງ​ປະຊຸມ​ຂອງຫ້ອງວ່າການປົກຄອງເມືອງຄູນຄຳ, ແຂວງຄຳມ່ວນ ກົມ​ຄຸມ​ຄອງບໍ່​ແຮ່ ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ຈັດກອງ​ປະຊຸມເຜີຍ​ແຜ່​ເນື້ອ​ໃນ​ສັນຍາ​​ສໍາປະທານພັດທະນາບໍ່ແຮ່ ແລະ ສົ່ງອອກ (ແຮ່ເຫຼັກ) ຢູ່ເຂດບ້ານທ່ານາ, ເມືອງຄູນຄຳ, ແຂວງຄຳມ່ວນ ຂອງບໍລິສັດ ບົວທິບ ມາຍນິ້ງ ຈໍາກັັດ, ພາຍໃຕ້​ການ​ເປັນ​ປະທານຮ່ວມຂອງທ່ານ ແກ້ວວິໄລ ໄຊຍະບຸດ ເລຂາພັກເມືອງ ເຈົ້າເມືອງໆຄູນຄຳ ແລະ ທ່ານ ສະ​ຖາ​ພອນ ດວງ​ຕາ​ວັນ ຮອງ​ຫົວ​ໜ້າ​ກົມ​ຄຸ້ມ​ຄອງບໍ່​ແຮ່. ນອກນັ້ນຍັງມີຜູ້ຕາງຈາກກົມສົ່ງເສີມການລົງທຶນ ກະ​ຊວງ ແຜນ​ການ ແລະ ການ​ລົງ​ທຶນ, ກົມຄຸ້ມຄອງຊັບສິນຂອງລັດ ກະ​ຊວງ​ກາ​ເງິນ, ກົມສິ່ງແວດລ້ອມ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄມ່ວນ, ບັນ​ດາ​ພະ​ແນກ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ແຂວງ​ຄຳ​ມ່ວນ ແລະ ບໍ​ລິ​ສັດ​ພັດ​ທະ​ນາ​ໂຄງ​ການ ພ້ອມ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ​ເມືອງ ແລະ ບ້ານ​ບ່ອນ​ໂຄງ​ການ​ຕັ້ງ​ຢູ່​ເຂົ້າ​ຮ່ວມ.

ພາຍຫຼັງ ທ່ານ ປະທານກ່າວເປີດກອງປະຊຸມແລ້ວ, ບໍລິສັດກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມເປັນມາ ແລະ ການເຄື່ອນໄຫວວຽກງານຂອງບໍລິສັດ ໂດຍສະເພາະບໍລິສັດໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມ. ປັດ​ຈຸ​ບັນ ບໍລິສັດ ກຳ​ລັງຢູ່ໃນຂັ້ນຕອນການກໍ່ສ້າງພຶ້ນຖານໂຄ່ງລ່າງເພື່ອກະກຽມເຂົ້າສູ່ການຂຸດຄົ້ນ ແລະ ບໍລິສັດມີແຜນຈະເລີ່ມສົ່ງອອກໃນເດືອນ ມີນາ 2022 ​ທີ່​ຈ​ະ​ມາ​ເຖິງນິີ້, ຄາດ​ວ່າ​ຈະ​ສາ​ມາດ​ສົ່ງ​ແຮ່​ເຫຼັກ​ອອກຈຳນວນ 350.000 ໂຕນ.

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນແລກປ່ຽນຄວາມຄິດເຫັນຮ່ວມກັນ ເຊິ່ງສ່ວນໃຫຍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດສຳປະທານໂຄງການ ທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານຂອງຕົນສຳເລັດຕາມແຜນການ. ​ພ້ອມກັນນີ້, ກອງປະຊຸມຍັງໄດ້ມີຄວາມເປັນເອກະພາບ ແລະ ຕົກລົງບາງບັນຫາຄື: ເຫັນດີເປັນເອກະພາບຕໍ່ການນຳສະເໜີເນື້ອໃນສັນຍາຂອງຄະນະຮັບຜິດຊອບ ຈາກກົມຄຸ້ມຄອງບໍ່ແຮ່ ແລະ ເຫັນດີເປັນເອກະພາບຕໍ່ສັນຍາດັ່ງກ່າວ ເຫັນວ່າ ມີຄວາມຮັດກຸມຫຼາຍພໍສົມຄວນໃນຂອດການປະສານງານລະຫວ່າງ ອຳນາດການປົກຄອງແຂວງ ແລະ ທ້ອງຖິ່ນຮາກຖານ; ບໍລິສັດຜູ້ໄດ້ຮັບສິດສຳປະທານ ໄດ້ຊີ້ແຈງອະທິບາຍຕໍ່ຄຳເຈາະຈີ້ມຂອງຜູ້ເຂົ້າຮ່ວມກອງປະຊຸມ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຂົ້າໃຈຢ່າງຈະແຈ້ງ ພ້ອມທັງຮັບເອົາຂໍ້ສະເໜີແນະຂອງທຸກພາກສ່ວນທີ່ກ່ຽວຂ້ອງຂອງລັດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບ ແລະ ກົດໝາຍ; ມອບໃຫ້ຜູ້ເຂົ້າຮ່ວມກອງປະຊຸມນຳໄປເຜີຍແຜ່ເນື້ອໃນສັນຍາຄັ້ງນີ້ ຈົ່ງໄດ້ນຳເອົາເນື້ອໃນຈິດໃຈຂອງສັນຍາສະບັບນີ້ໄປເຜີຍແຜ່ໃຫ້ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຈົ່ງໄດ້ເຂົ້າໃຈ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ບໍລິສັດໃນການດຳເນີນວຽກງານ, ອຳນາດການປົກຄອງທ້ອງຖິ່ນໄດ້ຮ່ວມມືກັນໃນການຄຸ້ມຄອງຈັດຕັ້ງປະຕິບັດສັນຍາສະບັບນີ້ໃຫ້ປະກົດຜົນເປັນຈິງ ແລະ ໃຫ້ບໍລິສັດຈົ່ງໄດ້ປະສານສົມທົບກັບພາກລັດຂອງສູນກາງ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນໃນການດຳເນີນວຽກງານໃນຕໍ່ໜ້າ;

 

ພາບ ແລະ ແຫຼ່ງ​ຂໍ້​ມູນ: ກົມ​ຄຸ້ມ​ຄອງບໍ່​ແຮ່

ຂ່າວ: ຄຳ​​ແສງ ແກ້ວ​ປະ​ເສີດ