
ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ ຈັດກອງປະຊຸມຝຶກອົບຮົມກ່ຽວກັບໂຄງສ້າງ, ເຕັກນິກພື້ນຖານ ຂອງການຂຸດຄົ້ນຫີນປູນແບບເປີດໜ້າດິນ ແລະ ການຂຸດຄົ້ນຖ່ານຫີນແບບໃຕ້ດິນ, ການຂຸດຄົ້ນແບບບໍ່ເປີດໜ້າດິນ, ວຽກງານຊີເຈາະ ແລະ ລະເບີດ ແລະ ການຂົນສົ່ງໃນສະໜາມຂຸດຄົ້ນ ຂຶ້ນ ລະຫວ່າງວັນທີ 9-11 ພະຈິກ 2022 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ສີໄຄ ວົງຈັນ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ ໂດຍມີຄະນະພະແນກ ແລະ ພະນັກງານ-ວິຊາການຈາກ 6 ແຂວງພາກເໜືອ ຄື: ແຂວງ ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ແຂວງ ວຽງຈັນ ເຈົ້າພາບ ແລະ 2 ກົມວິຊາການທີ່ຮັບຜິດຊອບວຽກງານທໍລະນີສາດ, ບໍ່ແຮ່ (ກົມທໍລະນີສາດ ແລະ ແຮ່ທາດ ແລະ ກົມຄຸ້ມຄອງບໍ່ແຮ່) ເຂົ້າຮ່ວມ 40 ກວ່າທ່ານ.

ທ່ານ ພູວຽງ ແກ້ວບຸບຜາ ກ່າວວ່າ: ການຈັດຊຸດຝຶກອົບຮົມວິຊາການ ກ່ຽວກັບ ໂຄງສ້າງ ແລະ ເຕັກນິກ ພື້ນຖານ ຂອງການຂຸດຄົ້ນຫີນປູນແບບເປີດໜ້າດິນ ແລະ ໂຄງສ້າງ ແລະ ເຕັກນິກ ພື້ນຖານ ຂອງການຂຸດຄົ້ນຖ່ານຫີນແບບໃຕ້ດິນ, ການຂຸດຄົ້ນແບບບໍ່ເປີດໜ້າດິນ, ວຽກງານຊີເຈາະ ແລະ ລະເບີດ ແລະ ການຂົນສົ່ງໃນສະໜາມຂຸດຄົ້ນ ໃນຄັ້ງນີ້, ເຫັນວ່າມີຄວາມຈໍາເປັນ ແລະ ສໍາຄັນເປັນຢ່າງຍິ່ງທາງດ້ານວິຊາການຂອງຂະແໜງທໍລະນີສາດ ແລະ ບໍ່ແຮ່ ແລະ ເປັນເງື່ອນໄຂຈັດຕັ້ງການຝຶກອົບຮົມໂດຍແນໃສ່ເພື່ອເຮັດໃຫ້ພະນັກງານຂອງລັດທີ່ເຮັດວຽກງານຄຸ້ມຄອງໂຄງການລົງທຶນດ້ານບໍ່ແຮ່ ຢູ່ສູນກາງ ແລະ ທ້ອງຖິ່ນ ແລະ ສະຖາບັນການສຶກສາທີ່ໄດ້ເຂົ້າຮ່ວມຝຶກອົບຮົມ ແລະ ຜູ້ລົງທຶນດ້ານບໍ່ແຮ່ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ.
