
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2022 ຢູ່ຫ້ອງປະຊຸມ 102 ພາຍໃຕ້ການເປັນປະທານໂດຍທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງ ພະລັັງງານ ແລະ ບໍ່ແຮ່ ກອງປະຊຸມຄັ້ງນີ້, ອີງຕາມຂໍ້ຕົກລົງແຕ່ງຕັ້ງຄະນະສະພາບໍລິຫານກອງທືນສົ່ງເສີມ ແລະ ພັດທະນາພະລັງງານ ສະບັບເລກທີ 34/ນຍ, ລົງວັນທີ 23/4/2021 ຊຶ່ງຕາມປົກກະຕິແລ້ວ ແມ່ນຈະໄດ້ຈັດກອງປະຊຸມສະພາບໍລິຫານກອງທຶນ ຄັ້ງປະຖົມມະລຶກ ແຕ່ປີ 2021 ແຕ່ເນືິ່ອງຈາກ ພົບກັບສະພາບການແຜ່ລະບາດຂອງເຊື້ອພະຍາດ COVID 19 ທີ່ໄດ້ແຜ່ລາມອອກເປັນວົງກວ້າງ ຈື່ງບໍ່ສາມາດຈັດຕັ້ງປະກອງປະຊຸມຂຶ້ນໄດ້. ມາຮອດປະຈຸບັນ ກໍເຫັນວ່າການຈັດກອງປະຊຸມ ດັ່ງກ່າວແມ່ນມີຄວາມພ້ອມແລ້ວ ທີ່ຈະສາມາດຈັດຕັ້ງກອງປະຊຸມສະໄໝສາມັນ ຄັ້ງປະຖົມມະລຶກຂອງສະພາບໍລິຫານ ກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ ເພື່ອຈັດຕັ້ງປະຕິບັດຕາມສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະພາບໍລິຫານກອງທຶນ ຢ່າງຖືກຕ້ອງ ແລະ ຄົບຖ້ວນ.


ເພື່ອກໍານົດຫຼັກການ ແລະ ລະບຽບການກ່ຽວກັບການຈັດຕັ້ງ, ຄຸ້ມຄອງ, ນໍາໃຊ້ ແລະ ຕິດຕາມ ກວດກາ ກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ ຕິດພັນກັບການລະດົມ, ຂົນຂວາຍ ແລະ ສະສົມທຶນ ເພື່ອແນໃສ່ໃຫ້ມີທຶນພຽງພໍ ແລະ ຍືນຍົງສະໜອງໃຫ້ແກ່ການຄົ້ນຄວ້າດ້ານພະລັງງານ, ການແກ້ໄຂພາວະສຸກເສີນດ້ານພະລັງງານ, ການພັດທະນາກິດຈະການດ້ານພະລັງງານ ໃຫ້ມີຫຼາຍທາງເລືອກ, ມີປະສິດທິພາບ, ປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງຜັນຂະຫຍາຍແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີ (2021-2025) ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ, ຈຶ່ງມີຄວາມຈຳເປັນ ເພື່ອສ້າງຕັ້ງສະພາບໍລິຫານກອງທຶນ, ຫ້ອງການກອງທຶນ, ຄະນະວິຊາການກອງທຶນ ແລະ ຄະນະກວດກາກອງທຶນ ເພື່ອເປັນເຈົ້າການໃນການຈັດຕັ້ງປະຕິບັດປະຕິບັດດຳລັດສະບັບນີ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

