ປູກຕົ້ນກ້າໃຫ້ຄົນໜຸ່ມນ້ອຍ ໄດ້ຮຽນຮູ້ກ່ຽວກັບ ການປະຢັດພະລັງງານ
ໃນວັນທີ 23 ກຸມພາ 2023, ທີ່ຜ່ານມາ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່, ໄດ້ລົງເຜີຍແຜ່ເອກະສານນິຕິກໍາ ກ່ຽວກັບ ການປະຢັດ ແລະ ອະນຸລັກພະລັງງານ ສະຖາບັນການສຶກສາ ແລະ ໂຮງຮຽນ, ທີ່ ແຂວງສະຫວັນນະເຂດ. ໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳໝັ້ນ ສໍປະເສີດ, ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ໂດຍຕາງໜ້າເປັນປະທານຮ່ວມຈາກທັງສອງພາກສ່ວນໂດຍທ່ານ ອາຈານ…