ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ເປັນເຈົ້າພາບຈັດຝຶກອົບຮົມການສ້າງຂີດຄວາມສາມາດໃຫ້ເເກ່ພະນັກງານເພດຍິງ ໃນຂະແໜງການພະລັງງານ ແລະ ບໍ່ແຮ່ 5 ແຂວງພາກກາງ ແລະ ພາກໃຕ້

          ຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນ ລະຫວ່າງວັນທີ 30 ກໍລະກົດ ຫາ ວັນທີ 1 ສິງຫາ 2024 ນີ້ ຢູ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຫຸມແພງ ເທື້ອມບຸນມີ ຮອງຫົວຫນ້າກົມສົ່ງເສີມແລະປະຢັດພະລັງງານ, ທ່ານນາງ ສຸກສະເຫວີຍ ແກ້ວປະເສີດ ຮອງຫົວຫນ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ແລະ ທ່ານ ປອ ນາງ ອິນລືຊາ ບາແສງຄຳ ຊ່ຽວຊານດ້ານບົດບາດຍີງຊາຍແລະການມີສ່ວນຮ່ວມຂອງໝົດທຸກຄົນ ປະຈຳໂຄງການ USAID. ມີວິທະຍາກອນຈາກກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ກົມຈັດຕັ້ງ ແລະ ພະນັກງານ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍນັກສຳມະກອນຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງຈຳປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື ເຂົ້າຮ່ວມ.

ກອງປະຊຸມຝືກອົບຮົມໃນຄັ້ງນີ້ ຈັດຂຶ້ນເພື່ອເປັນການກໍ່ສ້າງບຸກຄະລາກອນຂອງຂະແໝງ ພະລັງງານບໍ່ແຮ່ ໃຫ້ມີຄວາມເຂັ້ມແຂງໂດຍສະເພາະພະນັກງານຍິງ ໃຫ້ມີທັກສະເທົ່າທຽມກັບເພດຊາຍ ແລະ ເພື່ອສູ້ຊົນ ແລະ ປະຕິບັດຕາມແຜນພັດທະນາເພື່ອຄວາມສະເໝີພາບຍິງ-ຊາຍ ຂອງກະຊວງພະລັງງານ ແລະ ບໍແຮ່ ໃຫ້ມີປະສິດທິຜົນ ແລະ ສົ່ງເສີມການມີສ່ວນຮ່ວມຂອງທຸກຄົນໃຫ້ຫຼາຍຂື້ນກວ່າເກົ່າ. ນັກສຳມະກອນຈະໄດ້ຮຽນຮູ້ບົດຮຽນ ແລະ ປະສົບການ ທີ່ສໍາຄັນໃນການສ້າງຄວາມຮັບຮູ້ແລະເຂົ້າໃຈກ່ຽວຄວາມສະເໜີພາບແລະການມີສ່ວນຮ່ວມຂອງແມ່ຍິງ, ທັກສະການເປັນຜູ້ນຳ, ການເຮັດວຽກເປັນມູ່ຄະນະ, ການບໍລິຫານ ແລະ ພັດທະນາອົງກອນເປັນຕົ້ນແມ່ນ: ທັກສະໃນການສື່ສານ ເຕັກນິກການຄວບຄຸມຄວາມຂັດແຍ່ງພາຍໃນອົງກອນ, ຄຸນລັກສະນະການເປັນຜູ້ນຳທີ່ດີ ຊື່ງຄວາມຮູ້ດ້່ງກ່າວນີ້ສາມາດນຳມາປັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈີງຂອງນັກສຳມະນາກອນ ໃຫ້ມີປະສີດທີພາບປະສີດທີຜົນຫຼາຍຂຶ້ນ ໂດຍສະເພາະການປະຕິບັດຫຼັກການວຽກເຮັດວຽກ ແບບລວມສູນ ປະຊາທີປະໄຕ ປຶກສາຫາລືເປັນໝູ່ຄະນະ ທີ່ພັກ ລັດຖືເອົາເປັນຫຼັກການໃນການເຮັດວຽກໃນປະຈຸບັນ.

ນອກຈາກນີ້, ຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ຮຽນຮູ້ ກ່ຽວກັບນະໂຍບາຍການສົ່ງເສີມການນຳໃຊ້ລົດໄຟຟ້າ ເປັນການປະກອບສ່ວນການໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຊຶ່ງລັດຖະບານໄດ້ອອກມະຕິເລກທີີ 08/ລບ ລົງວັນທີ 4 ຕຸລາ 2021 ວ່າດ້ວຍການຮັບຮອງແລະປະກາດໃຊ້ນະໂຍບາຍການນຳໃຊ່້ລົດໄຟຟ້າຢູ່ ສປປລາວ ໂດຍມີຈຸດປະສົງເພື່ອຫຼຸດຜ່ອນການນຳເຂົ້ານໍ້າມັນເຊືຶ້ອໄຟ, ຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຜູ້ໃຊ້ພາຫານະ, ຫຼຸດຜ່ອນມົນລະພີດຈາກລົດທີ່ໃຊ້ນໍ້າມັນ ແລະສົ່ງເສີມການນຳໃຊ້ໄຟຟ້າທີ່ລາວເຮົາສາມາດຜະລິດເອງໄດ້. ເປົ້າໝາຍສູ້ຊົນຮອດປີ 2025 ການນຳໃຊ້ລົດໄຟຟ້າໃຫ້ໄດ້ປະມານ 20,000 ຄັນ ຫລື 1% ແລະ ສະຖານີສາກລົດໄຟຟ້າໃຫ້ໄດ້ປະມານ 50 ສະຖານີ ທີ່ມີຫົວສາກ 5 ຫົວຂື້ນໄປຕໍ່ໜື່ງສະຖານີ.

ຕາມເປົ້າໝາຍຂອງ ລັດຖະບານ ຮອດປີ 2030 ການນໍາໃຊ້ລົດໄຟຟ້າໃຫ້ໄດ້ປະມານ 550,000 ຄັນ ຫລື 30% ແລະ ສະຖານີສາກລົດໄຟຟ້າໃຫ້ໄດ້ຫລາຍກວ່າ 100 ສະຖານີ ທີ່ມີຫົວສາກ 5 ຫົວຂື້ນໄປຕໍ່ນຶ່ງສະຖານີ. ນອກຈາກນັ້ນ, ຍັງປະກອບສ່ວນເຂົ້າໃນການຈັດຕັ້ງປະຕີບັດແຜນງານແຫ່ງຊາດ ໃນການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC), ໂດຍສະເລ່ຍ ໃຫ້ຫລຸດຜ່ອນການປ່ອຍ CO2 ໃຫ້ໄດ້ປະມານ 30,000 tCO2e ຕໍ່ ປີ ເຊິ່ງໄດ້ເລີ່ມປະຕິບັດ ນັບແຕ່ປີ 2020 ຫາ 2030.

ການເສື່ອມສານ ວຽກງານບົດບາດຍີງ-ຊາຍ ເຂົ້າໃນວຽກງານດັ່ງກ່າວ ຈະຊ່ວຍສະໜັບໜູນ ແລະ ການປະກອບສ່ວນຢ່າງຕັ້ງໜ້າໃນຈັດຕັ້ງປະຕິບັດໃນວຽກງານການສົ່ງເສີມການນຳໃຊ້ລົດໄຟຟ້າ ຢູ່ໃນ ສປປ ລາວ.ໂດຍສະເພາະການຄຸ້ມຄອງການກິດຈະການສະຖານອັດປະຈຸລົດໄຟຟ້າ ການສະໜອງພະລັງງານໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການສຳລັບການເພີ່ມຂື້ນຂອງລົົດໄຟຟ້າ ແລະການສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມເຖີງປະໂຫຍດຂອງການນຳໃຊ້ລົດໄຟຟ້າແລະຫັນມານຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ. ດັ່ງທີ່ເຫັນໄດ້ການມີສ່ວນຮ່ວມຂອງເພດຍີງຜ່ານມາທີ່ໄດ້ມີການເຂົ້າຮ່ວມ ກອງປະຊຸມ, ການຝືກອົບຮົມ ແລະ ກອງປະຊຸມເຜີຍແຜ່, ການສ້າງ ຫຼື ຮ່າງເອກະສານນີຕີກຳກ່ຽວຂ້ອງກັບການສົ່ງເສີມການນຳໃຊ້ລົດໄຟຟ້າ.

ພາບ: ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ
ແຫຼ່ງຂໍ້ມູນ: ກົມຈັດຕັ້ງ ແລະ ພະນັກງານ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506