ກອງປະຊຸມປຶກສາຫາລື ໂຄງການຊ່ວຍເຫຼືອທາງດ້ານວິຊາການ ຈາກ ສ.ເກົາຫຼີ

        ຕອນເຊົ້າ ວັນທີ 15 ມິຖຸນາ 2022 ນີ້, ທີ່ຫ້ອງປະຊຸມໂຮງແຮມ ຄຣາວພຣາຊ່າ ໄດ້ຈັດກອງປະຊຸມປຶກສາຫາລື ໂຄງການຊ່ວຍເຫຼືອທາງດ້ານວິຊາການ ຈາກ ສ.ເກົາຫຼີ ໃນການສ້າງລະບົບກວດສອບ ແລະ ຢັ້ງຢືນມາດຕະຖານ ແລະ ກາໝາຍປະສິດທິພາບພະລັງງານໃນ ສປປ ລາວ ໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ຄຳໝັ້ນ ສໍປະເສີດ ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ Mr. IM SIHYEONG ຜູ້ນຳນັກຄົ້ນຄວ້າ ພ້ອມດ້ວຍທີມງານຈາກ KTC ສ.ເກົາຫຼີ.

       ທ່ານ ຄຳໝັ້ນ ສໍປະເສີດ ຮອງຫົວໜ້າ ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: ກົມສົ່ງເສີມ ແລະ ປະຢັດພະລັງງານ, ໄດ້ຂຽນສະເໜີຂໍການຊ່ວຍເຫຼືອລ້າຈາກອົງການ (Official Development Assistance, ODA) ຂອງ ສ.ເກົາຫຼີ ໃນປີ 2021. ໂດຍຜ່ານ ກະຊວງ ແຜນການ ແລະ ການລົງທຶນ, ມາຮອດປະຈຸບັນໂຄງການແມ່ນໄດ້ຮັບພິຈາລະນາ ແລະ ອະນຸມັດທຶນຊ່ວຍເຫຼືອລ້າຈາກອົງການພະລັງງານ ສ.ເກົາຫຼີ ( Korea Energy Agency, KEA ). ໄລຍະຂອງໂຄງການແມ່ນເລີ່ມຈັດຕັ້ງປະຕິບັດປີ 2022 – 2024. ພາຍໃຕ້ຄວາມຮັບຜິດຊອບຂອງສະຖາບັນ KTC ປະເທດ ເກົາຫຼີ ຮ່ວມກັບ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ຈັດຕັ້ງ. ໂຄງການຊ່ວຍເຫຼືອລ້າຈາກ ສ.ເກົາຫຼີ ຖືວ່າເປັນອີກໜຶ່ງໂຄງການ ທີ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອທາງດ້ານການສ້າງຄວາມອາດສາມາດໃຫ້ກັບວິຊາການຂະແໜງພະລັງງານຂອງພາກລັດ, ຊ່ວຍສ້າງແຜນປັບປຸງລະບຽບການ, ກົດໝາຍໃຫ້ມີຄວາມເໝາະສົມ ແລະ ມີຄວາມສອດຄ່ອງກັບຄວາມເປັນຈິງ ກ່ຽວກັບວຽກງານສົ່ງເສີມ ແລະ ປະຢັດພະລັງງານ. ນອກນີ້ຍັງຊ່ວຍສ້າງຫ້ອງທົດລອງເພື່ອກວດສອບ ແລະ ການອອກໃບຍັ້ງຢືນທາງດ້ານພະລັງງານຂອງປະເພດເຄື່ອງເຮັດຄວາມເຢັນ ແລະ ອຸປະກອນໄຟຟ້າ ຢູ່ໃນ ສປປ ລາວ.
       ຈຸດປະສົງຂອງກອງປະຊຸມໃນມື້ນີ້ ແມ່ນເພື່ອເປັນການຮັບຟັງການນຳສະເໜີຈາກຝ່າຍ ສປປ ລາວ ແລະ ຝ່າຍ ສ.ເກົາຫຼີ ກ່ຽວກັບຂັ້ນຕອນ ແລະ ວິທີກວດສອບ, ອອກໃບຢັ້ງຢືນມາດຕະຖານ ແລະ ກາໝາຍປະສິດທິພາບດ້ານພະລັງງານ ແລະ ຫຼັງຈາກນັ້ນໄດ້ມີການປຶກສາຫາລື ເພື່ອແລກປ່ຽນຄວາມຄິດເຫັນລະຫວ່າງ 2 ຝ່າຍ.
ໂຄງການຊ່ວຍເຫຼືອດັ່ງກ່າວຈະເປັນການສ້າງໂອກາດທີ່ດີໃຫ້ກັບຂະແໜງການໃນການຈັດຕັ້ງປະຕິບັດວຽກງານ ສົ່ງເສີມ ແລະ ປະຢັດພະລັງງານໃຫ້ມີປະສິດທິພາບ ແລະ ໄດ້ຮັບໝາກຜົນພາຍຫຼັງເມື່ອໄດ້ມີການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ເຊິ່ງມັນໄດ້ສະແດງໃຫ້ເຫັນວ່າ: ຈະໄດ້ມີການຖອດຖອນບົດຮຽນ, ຄວາມຮູ້ຄວາມສາມາດໃນການຈັດຕັ້ງ ແລະ ການຄຸ້ມຄອງ ກ່ຽວກັບກ່ຽວກັບວຽກງານພະລັງງານຢ່າງມີປະສິດທິພາບຮ່ວມກັບ ຊ່ຽວຊານຂອງ ສ. ເກົາຫຼີ ໃນລະດັບວິຊາການ, ນອກນີ້ຍັງເປັນບາດກ້າວສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ກັບ ສປປ ລາວ ແລະ ຍັງເປັນການຕຽມຄວາມພ້ອມດ້ານວຽກງານການສົ່ງເສີມ ແລະ ປະຢັດພະລັງງານຄືກັບບັນດາປະເທດໃນກຸ່ມອາຊຽນດ້ວຍກັນ.
ພາບ: ວຽສະຫວັນ ປຣະດິດ
ແຫຼ່ງຂໍ້ມູນ: ກົມສົ່ງເສີມ ແລະ ປະຢັດພະລັງງານ