ກົມແຜນການ ແລະ ການຮ່ວມມື ໄດ້ສໍາເລັດການຈັດກອງປະຊຸມ ປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ 2022

           ໃນຕອນເຊົ້າ ວັນທີ່ 29 ພະຈິກ 2022 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫ່ຍ ກົມແຜນການ ແລະ ການຮ່ວມມື ໄດ້ສໍາເລັດການຈັດກອງປະຊຸມ ປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ປອ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ໃນກອງປະຊຸມໄດ້ມີຕາງໜ້າຄະນະຮັບຜິດຊອບປະເມີນ-ລັດຖະກອນ ຈາກກົມຈັດຕັ້ງ ແລະ ພະນັກງານເຂົ້າຮ່ວມ.

          ກົມແຜນການລະ ການຮ່ວມມື ມີພະນັກງານ-ລັດຖະກອນ ທັງໝົດ 30 ທ່ານ, ຍິງ 14 ທ່ານ (1 ທ່ານ ໄປຄົ້ນຄວ້າຍົກລະດັບ ປອ ຢູ່ ສສ ຫວຽດນາມ ແລະ 1 ທ່ານ ເປັນພະນັກງານ 95%) ເຊິ່ງໃນສົກປີ 2022 ນີ້ ຜູ້ທີ່ມີເງື່ອນໄຂຄົບຖ້ວນໃນການປະເມີນ ມີທັງໝົດ 28 ທ່ານ, ຍິງ 14 ທ່ານ. ພ້ອມດຽວກັນນັ້ນ, ກອງປະຊຸມດັ່ງກ່າວຍັງໄດ້ຜ່ານບົດລາຍງານຫຍໍ້ ກ່ຽວກັບ ວຽກງານດ້ານບຸກຄະລາກອນ ປະຈໍາປີ 2022 ຂອງ ກຜຮ ແລະ ໄດ້ລາຍງານຜົນສໍາເລັດການເຜີຍແຜ່ເອກະ ສານ ດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ່ 13/9/2017, ບົດຄໍາແນະນໍາການຈັດຕັ້ງປະຕິບັດ ຂອງພະນັກງານ-ລັດຖະກອນ ສະບັບເລກທີ່ 06/ພນ, ລົງວັນທີ 2/5/2018 ແລະ ການແນະນໍາວິທີການເຂົ້າລະບົບ HRIS & KPI Program ເພື່ອນໍາໃຊ້ເຂົ້າໃນການປະເມີນພະນັກງານ-ລັດຖະກອນ ກ່ອນການປະເມີນຕົວຈິງ.
ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື