
ພິທີເປີດຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້ນວັນທີ 7 ກັນຍາ 2022 ນີ້, ຢູ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງໄຊສົມບູນ. ໂດຍການເປັນປະທານຮ່ວມຂອງທ່ານ ນາງ ສັນຕິສຸກ ພິມພະຈັນ ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ບຸນທຽມ ໄຊສົມຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ມີຄະນະພະແນກ, ຄະນະຂະແໜງ ແລະ ວິຊາການຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄໍາມ່ວນ, ແຂວງບໍລິຄໍາໄຊ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນຈະໄດ້ຮຽນຮູ້ ກ່ຽວກັບການສ້າງແຜນພັດທະນາພະລັງງານໄຟຟ້າ ຂອງແຂວງ ກໍຄືປະເມີນການຊົມໃຊ້ ໃນໄລຍະຜ່ານມາ ແລະ ແຜນຄາດຄະເນຄວາມຕ້ອງການພະລັງງານໄຟຟ້າ ໃນໄລຍະຕໍ່ ໜ້າ, ຂັ້ນຕອນຂອງການກະກຽມ ສ້າງແຜນພັດທະນາແຫຼ່ງຜະລິດໄຟຟ້າ, ການຈໍາລອງຄວາມດຸນດ່ຽງຂອງພະລັງງານ ລວມທັງການສະຫຼຸບຜົນ, ການສ້າງເອກະສານປະກອບ, ການຂະຫຍາຍຕາຂ່າຍໄຟຟ້າ, ວິທີເກັບກໍາຂໍ້ມູນ, ການຈໍາລອງແຜນສະໜອງໄຟຟ້າ ແລະ ການປະເມີນລາຄາ-ແຜນສາຍສົ່ງ 2021-2025.
