ຊຸດຝຶກອົບຮົມກ່ຽວກັບການຕິດຕັ້ງ, ການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ ຂອງພາກລັດ (G-Share, G-Drive, ການນຳໃຊ້ລະບົບ G-Chat)

ໃນວັນທີ 03 ມິຖຸນາ 2022 ທີ່ຜ່ານມາ, ທີ່ກະຊວງ ພະລັງງານ ແລະ ບໍ່ແຮ່, ຫ້ອງການກະຊວງໄດ້ຈັດຊຸດຝຶກອົບຮົມກ່ຽວກັບການຕິດຕັ້ງ, ການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ ຂອງພາກລັດ (G-Share, G-Drive, ການນຳໃຊ້ລະບົບ G-Chat) ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການກະຊວງ.
ດັ່ງທີ່ບັນດາທ່ານຮູ້ແລ້ວວ່າ ໃນຍຸກປະຈຸບັນນີ້ ແມ່ນຍຸກທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ທີ່ມີການຂະຫຍາຍຕົວແບບກ້າວກະໂດດ, ດ້ວຍເຫດນີ້, ເພື່ອເຮັດວຽກງານຂອງຂະແໜງການຂອງ ພະລັງງານ ແລະ ບໍ່ແຮ່ ຂອງເຮົາໃຫ້ມີຄວາມວ່ອງໄວ ທັນສະໄໝ ແລະ ປະຢັດຂັ້ນຕອນການເຮັດວຽກ, ການນຳກະຊວງ ກໍ່ໄດ້ເລັ່ງເຫັນບັນຫາດັ່ງກ່າວ ໂດຍນຳເອົາເຄື່ອງມືທີທັນສະໄຫມມາຊ່ວຍເຂົ້າໃນໜ້າວຽກເຮົາ.
ເພື່ອຮັບປະກັນແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ທັນສະໄຫມ. ຍ້ອນເຫດຜົນດັ່ງກ່າວ ພັກ-ລັດ ຈຶ່ງໄດ້ເອົາໃຈໃສ່ ເພີ່ມທະວີ ຫັນເອົາເຄື່ອງໄມ້ເຄື່ອງມືຕ່າງໆ ທີທັນສະໄໝ ບໍ່ວ່າຈະເປັນ ຮາດແວ໌ ຫລື ຊອບແວ໌ ເຂົາມາຊ່ວຍວຽກຂອງຕົນ.
         ສະນັ້ນ, ຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຮັບການຮ່ວມມືຊ່ວຍເຫຼືອ ຈາກສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນການຝຶກອົບຮົມໃນຄັ້ງນີ້
ເຖິງຢ່າງໃດກໍ່ຕາມ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ຄືຫ້ອງການກະຊວງ ຂອງພວກເຮົາ ໄດ້ຮ່ວມກັນຈັດຝືກອົບຮົມໃຫ້ບັນດາທ່ານ ເພື່ອໃຫ້ໄດ້ນຳໃຊ້ລະບົບ ການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ ຂອງພາກລັດ (G-Share, G-Drive, ການນຳໃຊ້ລະບົບ G-Chat) ເພື່ອນຳເອົາໄປຈັດຕັ້ງປະຕິບັດວຽກງານຂອງຕົນ ທັງພາຍໃນ ແລະ ພາຍນອກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ໂດຍ: ພະແນກປະຊາສຳພັນ ແລະ ໄອທີ
ພາບ: ສົມສະໜຸກ ທອງສະຫງວນ