ສົນທະນາ ໃນເວທີສົນທະນາ ພາຍໃຕ້ຫົວຂໍ້”ຊາວໜຸ່ມ-ເຍົາວະຊົນ ຮໍ່າຮຽນເອົາຄຸນສົມບັດ ແລະ ແບບແຜນວິທີດຳລົງຊີວິດຂອງປະທານ ສຸພານຸວົງ”​

           ສະຫາຍ ປອ ສີນາວາ ສຸພານຸວົງ ຄະນະປະຈຳພັກກະຊວງ,​ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ ແລະ ສົນທະນາ ໃນເວທີສົນທະນາ ພາຍໃຕ້ຫົວຂໍ້”ຊາວໜຸ່ມ-ເຍົາວະຊົນ ຮໍ່າຮຽນເອົາຄຸນສົມບັດ ແລະ ແບບແຜນວິທີດຳລົງຊີວິດຂອງປະທານ ສຸພານຸວົງ”​ເຊິ່ງຈັດໂດຍ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນວັນທີ 2 ສິງຫາ 2022 ນີ້ຢູ່ສະໂມສອນໃຫຍ່ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ມອນໄຊ ລາວມົວຊົງ ກຳມະການສຳຮອງສູນກາງພັກ,​ ເລຂາຄະນະບໍລິຫານງານ ສປລ,​ ພ້ອມດ້ວຍນ້ອງນ້ອຍເຍົາວະຊົນ ແລະ ຊາວໜຸ່ມພາຍໃນນະຄອນຫລວງວຽງຈັນເຂົ້າຮ່ວມ
ໂດຍ: ຄຳແສງ ແກ້ວປະເສີດ